ສປປ ລາວ ຢືນຢັນ ຈະປະຕິບັດ ເປົ້າໝາຍຢຸດຕິຄວາມທຸກຍາກຂອງເດັກໃນ ວັນເດັກໂລກ
ໃນທຸກໆປີ ທົ່ວໂລກຈະຈັດໃຫ້ມີການສະເຫຼີມສະຫຼອງວັນເດັກໂລກ ເພື່ອເປັນຂີດໝາຍຕໍ່ການໃຫ້ສັດຕະຍາບັນໃນສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເພີ່ມຄວາມຮັບຮູ້ກ່ຽວກັບບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ຊີວິດເດັກ.

- ສາມາດມີໃນ:
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 18 ພະຈິກ 2022 – ມື້ນີ້, ເນື່ອງໃນໂອກາດວັນເດັກໂລກ 2022, ການນຳຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ, ທ່ານຮອງເຈົ້າແຂວງຈາກ 18 ແຂວງທົ່ວປະເທດ, ຜູ້ຕາງໜ້າຈາກພາກເອກະຊົນ, ອົງການບໍ່ສັງກັດລັດຖະບານ (NGO), ອົງການຈັດຕັ້ງທາງສັງຄົມ, ອົງການຢູນິເຊັບ ແລະ ເດັກ ໄດ້ເຂົ້າຮ່ວມ ກອງປະຊຸມ ລະດັບສູງ ຂອງຮອງເຈົ້າແຂວງ ໃນທົ່ວປະເທດ ເພື່ອລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາຄວາມທຸກຍາກຂອງເດັກ ຂອງ ສປປ ລາວ.
ວັນເດັກໂລກແມ່ນໄດ້ຈັດຂຶ້ນໃນວັນທີ 20 ພະຈິກ ຂອງທຸກໆປີ ເພື່ອເປັນຂີດໝາຍຂອງການໃຫ້ສັດຕະຍາບັນໃນສົນທິສັນຍາວ່າດ້ວຍສິດທິເດັກ ແລະ ເພື່ອແນໃສ່ສ້າງຄວາມຮັບຮູ້ກ່ຽວກັບບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ຊີວິດຂອງເດັກ.
ເສີມຕື່ມຈາກຈຸດສຸມໃນປີກາຍ ທີ່ແນໃສ່ການຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19, ຫົວຂໍ້ຂອງການສະເຫຼີມສະຫຼອງວັນເດັກໂລກໃນປີນີ້ ຈະເຫນັ້ນໜັກເຖິງການມີສ່ວນຮ່ວມ ແລະ ການເປັນສວ່ນໜຶ່ງຂອງເດັກນ້ອຍ ໃນຂະບວນການຟື້ນຟູຈາກຜົນກະທົບຂອງການລະບາດຂອງພະຍາດ.
ໃນກອງປະຊຸມລະດັບສູງ, ບັນດາພາກສ່ວນກ່ຽວຂ້ອງໄດ້ນໍາສະເໜີ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາທີ່ຜ່ານມາໃນການຫຼຸດຜ່ອນຄວາມທຸກຍາກຂອງເດັກ ໃນລະຫວ່າງປີ 2021 – 2022 ພ້ອມທັງ ທົບທວນຄືນຄວາມເປັນຢູ່ຂອງເດັກນ້ອຍໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
ພະນະທ່ານນາງ ດຣ. ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ແລະ ປະທານຮ່ວມຂອງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ)ໄດ້ກ່າວວ່າ:
“ກອງປະຊຸມໃນມື້ນີ້ ແມ່ນມີຄວາມໝາຍຄວາມສຳຄັນຍິ່ງ ເພາະມັນເປີດໂອກາດໃຫ້ພວກເຮົາໄດ້ປະເມີນ ແລະ ປຶກສາຫາລື ກ່ຽວກັບ ບັນດາຄຳໝັ້ນສັນຍາທີ່ຜ່ານມາຂອງພວກເຮົາຕໍ່ກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ, ການພັດທະນາຂອງຄົນລາວລຸ້ນປີ 2030, ເປົ້າໝາຍການພັດທະນາແບບຍືນຍົງ 1.2 ແລະ ຄວາມພະຍາຍາມຂອງພວກເຮົາເພື່ອຫຼຸດຜ່ອນຄວາມທຸກຍາກຂອງເດັກ ໃນລະຫວ່າງປີ 2021-2022, ສອງຄ່ອງກັບແຜນການຫຼຸດຜ່ອນຄວາມທຸກຍາກຂອງເດັກໃນຫຼາຍມິຕິ ໃນປີ 2023,”
ໃນກອງປະຊຸມ ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ເຫັນດີເປັນເອກະພາບກັນ ໃນການຍົກສູງເດັກນ້ອຍ ແລະ ໄວໜຸ່ມໃຫ້ເປັນບູລິມະສິດແຫ່ງຊາດໃນຄວາມພະຍາຍາມແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ເຫັນດີໃຫ້ເລັ່ງລັດໃສ່ການຫຼຸດຜ່ອນຄວາມທຸກຍາກຂອງເດັກນ້ອຍໃນທົ່ວ 18 ແຂວງ ໃນ ສປປ ລາວ ໂດຍການເພີ່ມການລົງທຶນໃສ່ບັນດາຂົງເຂດສຳຄັນ ເຊັ່ນ: ການສຶກສາ, ການປົກປ້ອງເດັກ, ສຸຂະພາບ, ໂພຊະນາການ, ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ແລະ ອື່ນໆ. ພາກສ່ວນກ່ຽວຂ້ອງ ຍັງໄດ້ປຶກສາຫາລືກັນຕື່ມອີກ ກ່ຽວກັບ ຄໍາໝັ້ນສັນຍາສະເພາະ ແລະ ແຜນກິດຈະກໍາ ເພື່ອຊ່ວຍແກ້ໄຂບັນຫາທີ່ກ່ຽວຂ້ອງກັບເດັກໃນປີຕໍ່ໄປ ໃນຂະນະທີ່ເດັກນ້ອຍຍັງໄດ້ມີໂອກາດປະກອບຄໍາຄິດເຫັນ ແລະ ສະແດງຂໍ້ສະເໜີຂອງເຂົາເຈົ້າ ເພື່ອຮັບປະກັນວ່າແຜນງານເຫຼົ່ານີ້ ຈະສະທ້ອນເຖິງຄວາມຕ້ອງການຂອງເຂົາເຈົ້າ ຢ່າງແທ້ຈິງ.
ທ່ານ ດຣ. ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ກ່າວວ່າ "ຈາກປະສົບການຂອງພວກເຮົາໃນການຮັບມືກັບການແຜ່ລະບາດຂອງ COVID-19 ມາຮອດປະຈຸບັນນີ້, ສິ່ງໜຶ່ງທີ່ຈະແຈ້ງ ກໍ່ຄື ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງຍົກເອົາເດັກເປັນບູລິມະສິດ ໃນແຜນການຟື້ນຟູຈາກການແຜ່ລະບາດຂອງພະຍາດ ແລະ ການຮັບຟັງຈາກເດັກນ້ອຍໂດຍກົງຈະຊ່ວຍຮັບປະກັນວ່າ ແຜນການຂອງພວກເຮົາຈະຕອບສະໜອງກັບຄວາມຕ້ອງການຂອງພວກເຂົາ". ເພິ່ນຍັງກ່າວຕື່ມອີກວ່າ "ດຽວນີ້, ມັນມີຄວາມສໍາຄັນຫຼາຍກວ່າທີ່ເຄີຍເປັນມາ, ມັນແມ່ນເວລາທີ່ພວກເຮົາຕ້ອງມາທົບທວນເບິ່ງຄວາມຄືບໜ້າຂອງພວກເຮົາ, ເບິ່ງໄປຂ້າງໜ້າ ແລະ ຖາມຕົນເອງວ່າ ພວກເຮົາຈະແກ້ໄຂບັນຫາທີ່ສຳຄັນທີ່ສົ່ງຜົນກະທົບຕໍ່ເດັກນ້ອຍແນວໃດໃນສະພາບທີ່ຍັງມີການລະບາດຂອງພະຍາດ ໂຄວິດ-19. ຊຶ່ງນີ້ແມ່ນຈຸດປະສົງຫຼັກຂອງກອງປະຊຸມຂອງພວກເຮົາໃນມື້ນີ້”.
ນອກຈາກກອງປະຊຸມລະດັບສູງ ນີ້ແລ້ວ, ອົງການຢູນິເຊັບ ຍັງໄດ້ຈັດຕັ້ງຫຼາກຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງວັນເດັກໂລກ 2022 ຢູ່ ສປປ ລາວ ເຊັ່ນ: ການຍ່າງເພື່ອສຸຂະພາບ ແລະ ງານເທດສະການວັນເດັກໂລກໃນວັນທີ 19 ພະຈິກນີ້. ເນື່ອງໃນໂອກາດວັນເດັກໂລກປີນີ້ ກົງກັບ ການແຂ່ງຂັນບານເຕະໂລກ, ງານເທດສະການວັນເດັກໂລກນີ້ ກໍ່ຈະຈັດຂຶ້ນໃນຫົວຂໍ້ການແຂ່ງຂັນບານເຕະ ແລະ ກິລາ.
ໃນວັນທີ 20 ພະຈິກ ຊຶ່ງແມ່ນ ວັນເດັກໂລກ, ເຮົາຈະມາປ່ຽນປະຕູໄຊເປັນສັນຍາລັກຂອງປະເທດໃຫ້ເປັນສີຟ້າ ເພື່ອສະເຫຼີມສະຫຼອງວັນເດັກໂລກ ແລະ ສົ່ງເສີມສິດທິເດັກໃນທົ່ວປະເທດ. ນອກນີ້ເດັກນ້ອຍກໍ່ຍັງຈະໄດ້ມີໂອກາດສົ່ງຄໍາຄິດເຫັນ ແລະ ສະແດງຄວາມປາດຖະໜາຂອງຕົນເອງ ຜ່ານທາງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook