ສປປ ລາວ ນຳພາຄວາມພະຍາຍາມໃນລັດດັບພາກພື້ນເພື່ອປັບປຸງຄຸນະພາບຂອງ ຫຼັກສູດການສຶກສາດ້ານໂພຊະນາການ ອາຊຽນ

ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມປຶກສາຫາລືກັບບັນດາປະເທດ ອາຊຽນ ຄັ້ງປະຖົມມະລຶກເພື່ອປຶກສາຫາລື ເເລະ ພັດທະນາ ມາດຕະຖານຫຼັກສູດດ້ານໂພຊະນາການ ໃນລະດັບພາກພື້ນສຳລັບບັນດາ ເເພດໝໍ, ພະຍາບານ ເເລະ ຜະດຸງຄັນ.

06 ພຶດສະພາ 2024
The first consultation meeting among ASEAN member states to discuss and develop standardized curriculum on nutrition for doctors, nurses and midwives in the region was held in Lao PDR. Here the delegation from different ASEAN members states post for a group photo together.
UNICEF Lao PDR/2024

ເເຂວງຫຼວງພະບາງ, 6 ພຶດສະພາ 2024 – ໃນມື້ນີ້ ສປປ ລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມປຶກສາຫາລືກັບບັນດປະເທດ  ອາຊຽນ ຄັ້ງປະຖົມມະລຶກເພື່ອພັດທະນາ ມາດຕະຖານຮ່ວມສຳລັບຫຼັກສູດດ້ານໂພຊະນາການ ສຳລັບພະນັກງານສາທາລະນະສຸກໃນລະດັບພາກພື້ນ, ເຊີ່ງຈະຊ່ວຍຊຸກຍູ້ວຽກງານໂພຊະນາການແມ່ ແລະ ເດັກ ໃນທົ່ວ ອາຊີຕາເວັນອອກສຽງໃຕ້. ກອງ​ປະ​ຊຸມ​​ດັ່ງກ່າວ ເເມ່ນໄດ້ຈັດຂື້ນຜ່ານການ​​ສະ​ໜັບ​ສະ​ໜູນ​ຂອງ ​ອົງ​ການຢູນິເຊັບ ເເລະ ເປັນຂີດໝາຍອັນ​ສຳ​ຄັນ​ໃນ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ເພື່ອສະໜອງການ​ບໍ​ລິ​ການດ້ານ​ໂພ​ຊະ​ນາ​ການ​ທີ່ມີ​ຄຸນ​ນະ​ພາບ​ທົ່ວ​ພາກ​ພື້ນໃນຮູບເເບບທີ່ຍືນຍົງ.

ກອງປະຊຸມປຶກສາຫາລື ດັ່ງກ່າວເເມ່ນໄດ້ຈັດຂຶ້ນຢູ່ທີ່ ເເຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ຮອງລັດຖະມົນຕີສາທາລະນະສຸກ ເເລະ ເຂົ່້າຮ່ວມໂດຍ ຄະນະຕົວເເທນຂັ້ນສູງຈາກກະຊວງສາທາລະນະສຸກ, ນັກວິຊາການ, ຜູ້ຊ່ຽວຊານ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ຈາກທົ່ວພາກພື້ນ ໂດຍມີຈຸດປະສົງໃນການປຶກສາຫາລື ເເລະ  ວາງກອບເເນະນຳການຈັດຕັ້ງຫຼັກສູດການສຶກສາດ້ານໂພຊະນາການ ສຳລັບ ແພດໝໍ, ພະຍາບານ ແລະ ຜະດຸງຄັນ ເພື່ອຊ່ວຍຮັບປະກັນວ່າເດັກ ແລະ ແມ່ທຸກຄົນ ສາມາດໄດ້ຮັບການບໍລິການດູເເລສຸຂະພາບ ເເລະ ໂພສະນາການ ທີມີຄຸນນະພາບທີ່ດີທີ່ສຸດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ເນັ້ນ​ໜັກ​ເຖິງຄວາມໝຸ້ງໝັ້ນ​ຂອງ ສປປ ລາວ ໃນວຽກງານໂພສະນາການ ເເລະ ໄດ້ກ່າວ: “ການທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືຄັ້ງນີ້ ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກເຮົາຕໍ່ວຽກງານໂພສະນາການ. ພວກເຮົາຮັບຮູ້ເຖິງຄວາມສຳຄັນຂອງການສ້າງຂີດຄວາມສາມາດຂອງກຳລັງແຮງງານສາທາລະນະສຸກພວກເຮົາເພື່ອສະໜອງການບໍລິການດ້ານໂພຊະນາການທີ່ມີຄຸນນະພາບ ແລະ ໃນການວາງມາດຕະຖານພື້ນຖານຄວາມຮຸ້ດ້ານໂພຊະນາການ ເຊີ່ງມີຄວາມສຳຄັນທີ່ສຸດຕໍ່ການຈັດຕັ້ງປະຕິບັດຫຼັກສູດດ້ານໂພຊະນາການໃຫ້ກັບຜູ້ຊ່ຽວຊານດ້ານສາທາລະນະສຸກໃນ ສປປ ລາວ ກໍ່ຄືໃນທົ່ວ ອາຊຽນ.”

ການສົນທະນາໃນກອງປະຊຸມ ໄດ້ແນໃສ່ການປັບປຸງແກ້ໄຂ ເນື້ອໃນຫຼັກສູດດ້ານໂພຊະນາການທີ່ຍັງຂາດຄວາມເປັນເອກະພາບ ໃນທົ່ວບັນດາປະເທດ ອາຊຽນ ໃນປັດຈຸບັນ, ໂດຍມີເປົ້າໝາຍກໍຄືການພັດທະນາຫຼັກສູດຮ່ວມທີ່ເເຕ່ລະປະເທດສາມາດເອົາໄປປັບໃຊ້ຕາມຄວາມເເທດເໝາະໃນປະເທດຂອງຕົນ. ຂໍ້ລິເລີ່ມດັ່ງກ່າວເເມ່ນຄາດວ່າຈະນໍາພາໄປສູ່ການປັບປຸງຜົນໄດ້ຮັບດ້ານໂພຊະນາການສຳລັບສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທົ່ວພາກພື້ນ.

ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ, ກໍໄດ້ສະເເດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງທຸກພາກສ່ວນຜ່າຍໄຕ້ຂໍ້ລິເລີ່ມດັ່ງກ່າວ: “ຂ້າພະເຈົ້າພູມໃຈທີ່ໄດ້ເປັນສ່ວນໜື່ງຂອງຄວາມພະຍາຍາມຮ່ວມລະຫວ່າງບັນດາປະເທດ ອາຊຽນ ເພື່ອນຳພາວຽກງານພັດທະນາ ຫຼັກສູດການສຶກສາດ້ານໂພຊະນາການແບບ ສຳລັບພະນັກງານສາທາລະນະສຸກແຖວໜ້າ, ກໍຄື ບັນດາເເພດໝໍ, ພະຍາບານ, ແລະ ຜະດຸງຄັນ,ໃນ ອາຊີຕາເວັນອອກສຽງໃຕ້. ມາດຕະຖານຫຼັກສູດນີ້ຈະເປັນຕົວແທນຂອງຄວາມພະຍາຍາມຮ່ວມກັນຂອງພວກເຮົາ ເເລະ ຈະລວບລວມເອົາຄວາມຊໍານານ ແລະ ຄວາມຮູ້ ຂອງຜູ້ມີສ່ວນຮ່ວມຈາກທົ່ວພາກພື້ນເພື່ອພັດທະນາ ຫຼັກສູດການສຶກສາດ້ານໂພຊະນາການ ທີ່ສົມບູນແບບ ແລະ ນຳໃຊ້ມາດຕະຖານຮ່ວມ. ມັນ​ເປັນ​ບາດກ້າວ​ອັນ​ສຳຄັນ​ໃນ​ພາລະກິດ​ຂອງ ອົງການຢູນິເຊັບ ​ເພື່ອ​ປັບປຸງ​ສຸຂະພາບ ​ແລະ ໂພຊະນາ​ການ​ຂອງ​ເດັກນ້ອຍ​ໃນ ສປປ ລາວ ​ແລະ ​ໃນ​ທົ່ວ​ຂົງ​ເຂດ.”

ໃນທ້າຍກອງປະຊຸມ, ຜູ້ເຂົ້າຮ່ວມໄດ້​ເຫັນ​ດີ​ສ້າງ ​ຮ່າງ​ກອບ​ຈັດຕັ້ງຫຼັກສູດຮ່ວມດ້ານໂພສະນາການ ເພື່ອເປັນການວາງ​ທິດ​ທາງ​ໃນ​ການ​ພັດທະນາ ​ແລະ ປັບປຸງສຸຂະພາບ​ຂອງ​ເດັກ ​ແລະ ແມ່​ຍີງ ໃນທົ່ວ​ພາກ​ພື້ນ. ການລິເລີ່ມຂອງ ອາຊຽນ ນີ້ຈະຊ່ວຍວາງພື້ນຖານເພື່ອພັດທະນາ ກອບເເນະນຳ ແລະ ມາດຕະຖານຂັ້ນພື້ນຖານ ສຳລັບການຈັດຕັ້ງຫຼັກສູດການສຶກສາດ້ານໂພຊະນາການ ສຳລັບພະນັກງານສາທາລະນະສຸກເເຖວໜ້າ ເເລະ ໃນການຈັດຕັ້ງຫຼັກສູດຕົວຈິງ. ມັນຈະເປັນການປະກອບສ່ວນ​ອັນ​ລ້ຳ​ຄ່າ​ໃນ​ການ​ປັບປຸງ​ໝາກຜົນ​ດ້ານ​ໂພ​ຊະນາ​ການ​ໃຫ້​ແກ່​ເດັກນ້ອຍ ​ແລະ ແມ່​ຍິງໃນທົ່ວ​ພາກ​ພື້ນ, ພ້ອມການ​ບັນລຸ​ຄຳ​ໝັ້ນ​ສັນຍາ​ຂອງ ​ອາ​ຊຽນ ​ເພື່ອ​ຢຸດຕິ​ການ​ຂາດ​ສານ​ອາຫານໃນ​ທຸກ​ຮູບ​ແບບ. 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook