ວິທະຍຸກະຈາຍສຽງແຫ່ງຊາດລາວ ເເລະ ອົງການຢູນິເຊັບ ຮ່ວມມືກັນເພື່ອພັດທະນາຄວາມສາມາດຂອງໄວໜຸ່ມ ເເຂວງໄຊສົມບູນ ເພື່ອໂຄສະນາເຜີຍເເຜ່ກ່ຽວກັບບັນຫາໄວໜຸ່ມຕ່າງໆ
ດ້ວຍການສະໜັບສະໜູນຈາກ ສະຫະພາບເອີຣົບ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ອົງການຢູນີເຊັບ ໄດ້ຢ້ຽມຢາມແຂວງໄຊສົມບູນ ເມື່ອບໍ່ດົນມານີ້ ເພື່ອຊ່ວຍພັດທະນາຄວາມສາມາດຂອງ ກຸ່ມສື່ໄວໜຸ່ມເເຂວງ ສື່ມວນຊົນຊາວໜຸ່ມ ເພື່ອໂຄສະນາເຜີຍເເຜ່ກ່ຽວກັບບັນຫາໄວໜຸ່ມຕ່າງໆ.

- English
- ລາວ
ເເຂວງໄຊສົມບູນ, 16 ເດືອນມິຖຸນາ 2023 – ໃນເດືອນມິຖຸນາ ທີ່ຜ່ານມານີ້, ຄະນະຜູ້ແທນຈາກ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ອົງການຢູນີເຊັບ, ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ, ໄດ້ລົງເຄື່ອນໄຫວວຽກງານທີ່ ແຂວງໄຊສົມບູນ ເພື່ອເສີມສ້າງຄວາມສາມາດຂອງກຸ່ມສື່ໄວໜຸ່ມແຂວງ ໃນການໂຄສະນາເຜີຍເເຜ່ກ່ຽວກັບສິດທິເດັກ, ລວມໄປເຖິງ ບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ໄວໜຸ່ມລາວ.
ດ້ວຍການນຳພາໂດຍ ທ່ານ ສຸວັນ ວິໄລແສງ, ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ຄະນະຜູ້ແທນດັ່ງກ່າວ ໄດ້ໄປພົບປະກັບສື່ມວນຊົນແຂວງ ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າ, ສິ່ງທ້າທາຍ ແລະ ແຜນໃນຕໍ່ໜ້າ ເພື່ອເຜີຍເເຜ່ຄວາມຮູ້ກ່ຽວກັບບັນຫາຕ່າງໆທີ່ຕິດພັນກັບເດັກນ້ອຍ ແລະ ໄວໜຸ່ມ ຕື່ມໃນແຂວງໄຊສົມບູນ.
ທ່ານ ສຸວັນ ວິໄລແສງ ໄດ້ກ່າວວ່າ: “ຂ້າພະເຈົ້າດີໃຈ ທີ່ໄດ້ເຫັນຄວາມຄືບໜ້າອັນດີເດັ່ນ ໃນການສົ່ງເສີມສິດທິ ແລະ ສະຫວັດດີການຂອງເດັກນ້ອຍ ແລະ ແມ່ຍິງ ຜ່ານສື່ທ້ອງຖິ່ນໃນ ເເຂວງໄຊສົມບູນ, ລວມໄປເຖິງ ລາຍການເປີດໃຈໄວໜຸ່ມແຂວງໄຊສົມບູນ. ວິທະຍຸແຫ່ງຊາດລາວ ຈະສືບຕໍ່ໃຫ້ການຊີ້ນຳ ແລະ ສະໜັບສະໜູນດ້ານວິຊາການໃຫ້ ແຂວງໄຊສົມບູນ, ໂດຍສະເພາະແມ່ນ ໃນວຽກງານສື່ໄວໜຸ່ມແຂວງ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບ ບັນຫາຕ່າງໆທີ່ມີຜົນກະທົບຕໍ່ໄວໜຸ່ມໃນແຂວງ ນັບຕັ້ງແຕ່ ບັນຫາດ້ານການສຶກສາ ຈົນໄປເຖິງ ບັນຫາການແຕ່ງງານກ່ອນໄວ.”
ວິທະຍຸກະຈາຍສຽງ ແຂວງໄຊສົມບູນ ໄດ້ອອກອາກາດ ແລະ ໃຫ້ຂໍ້ມູນຂ່າວສານເເກ່ປະຊາຊົນແຂວງໄຊສົມບູນ ນັບແຕ່ປີ 2013 ເປັນຕົ້ນມາ. ດ້ວຍການສະໜັບສະໜູນຈາກ ອົງການຢູນິເຊັບ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ກໍ່ໄດ້ດຳເນີນການຝຶກອົບຮົມໃຫ້ແກ່ສື່ມວນຊົນໃນທົ່ວ 5 ເມືອງຂອງ ແຂວງໄຊສົມບູນ ເຊັ່ນດຽວກັນ. ໃນປີ 2015, ກຸ່ມສື່ໄວໜຸ່ມ ແຂວງໄຊສົມບູນ ກໍ່ໄດ້ຖືກສ້າງຕັ້ງຂຶ້ນ ດ້ວຍການສະໜັບສະໜູນຂອງ ອົງການຢູນິເຊັບ ແລະ ນັບເເຕ່ນັ້ນມາ ກໍ່ໄດ້ກາຍເປັນຊ່ອງທາງອັນສຳຄັນໃນການສົ່ງເສີມຄວາມເຂົ້າໃຈກ່ຽວກັບສິດທິ ແລະ ສະຫວັດດີການຂອງເດັກນ້ອຍ ແລະ ແມ່ຍິງໃນແຂວງ, ໂດຍສະເພາະ ໃນກຸ່ມໄວໜຸ່ມ ແຂວງໄຊສົມບູນ.
ພ້ອມດຽວກັນກັບການລົງຢ້ຽມຢາມຂອງຄະນະຜູ້ແທນວິທະຍຸແຫ່ງຊາດລາວ, ອົງການຢູນິເຊັບ ຍັງໄດ້ຈັດການຝຶກອົບຮົມກ່ຽວກັບ ວຽກງານອາສາໂຄສະນາໄວໜຸ່ມ ໃຫ້ເເກ່ບັນດາສະມາຊິກກຸ່ມສື່ໄວໜຸ່ມແຂວງໄຊສົມບູນ ເຊັ່ນດຽວກັນ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການມີສ່ວນຮ່ວມຂອງໄວໜຸ່ມ ເເລະ ການເປັນອາສາໂຄສະນາໄວໜຸ່ມ, ເເລະ ສ້າງທັກສະຂອງໄວໜຸ່ມໃນການໂຄສະນາເຜີຍເເຜ່ຂໍ້ມູນກ່ຽວກັບບັນຫາພົ້ນເດັ່ນທີ່ໄວໜຸ່ມກຳລັງປະເຊີນ.
ວົງເດືອນ ກົງພັກດີ, ນັກຮຽນຊັ້ນ ມ.11 ແລະ ສະມາຊິກກຸ່ມສື່ໄວໜຸ່ມ ແຂວງໄຊສົມບູນ, ໄດ້ແບ່ງປັນປະສົບການໃນການເຂົ້າຮ່ວມ ການຝຶກອົບຮົມກ່ຽວກັບ ວຽກງານອາສາໂຄສະນາໄວໜຸ່ມໃນຄັ້້ງນີ້: "ຂ້າພະເຈົ້າຮຸສຶກວ່າ ການຝຶກອົບຮົມເປັນປະໂຫຍດຫຼາຍ ເເລະ ຈະຊ່ວຍນ້ອງໃນການກະຈາຍ ເເລະ ເຜີຍເເຜ່ຂໍ້ມູນ ເເລະ ປູກຝັງຈິດສຳນຶກກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບໄວໜຸ່ມ." ລາວຍັງໄດ້ເເບ່ງປັນອີກວ່າ ລາວມີຄວາມສົນໃຈເປັນພິເສດຕໍ່ບັນຫາການສຶກສາ, ໂດຍສະເພາະ ບັນດ້ານພາສາໃນກຸ່ມເດັກນ້ອຍ ເເລະ ໄວໜຸ່ມໃນເເຂວງ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19 ແລະ ຫວັງວ່າຈະສາມາດນຳໃຊ້ທັກສະທີ່ລາວໄດ້ຮຽນຮູ້ໃນການການຝຶກອົບຮົມຄັ້ງນີ້ ເພື່ອປະກອບສ່ວນໃນການຊ່ວຍອຳນາດການປົກຄອງແຂວງແກ້ໄຂບັນຫາດັ່ງກ່າວ.

ນອກຈາກການຝຶກອົບຮົມກ່ຽວກັບວຽກງານອາສາໂຄສະນາໄວໜຸ່ມນີ້ແລ້ວ, ອົງການຢູນິເຊັບ ຍັງໄດ້ຈັດການສົນທະນາກັບນັກຮຽນຈາກໂຮງຮຽນມັດທະຍົມທ້ອງຖິ່ນ ຂອງ ເເຂວງໄຊສົມບູນ ໂດຍສຸມໃສ່ຫົວຂໍ້ການສຶກສາ ແລະ ທັກສະສຳລັບການເຮັດວຽກໃນໂລກພາຍຫຼັງການລະບາດຂອງພະຍາດ ໂຄວິດ-19. ຜູ້ເຂົ້າຮ່ວມ ກໍ່ໄດ້ແລກປ່ຽນປະສົບການກ່ຽວກັບການຮັບມືກັບພະຍາດ ໂຄວິດ-19 ໃນເເຂວງຂອງຕົນ, ໂດຍສະເພາະ ຜົນຂອງພະຍາດດັ່ງກ່າວ ຕໍ່ກັບການຮຽນຮູ້ຂອງພວກເຂົາ, ແລະ ປຶກສາຫາລືກັນກ່ຽວກັບ ແຜນການໃນອະນາຄົດຂອງພວກເຂົາພາຍຫຼັງຮຽນຈົບ.
ການຝຶກອົບຮົມກ່ຽວກັບວຽກງານອາສາໂຄສະນາໄວໜຸ່ມ ທີ່ ເເຂວງໄຊສົມບູນ ເເມ່ນຈັດຕັ້ງປະຕິບັດໂດຍ ອົງການຢູນິເຊົບ ໂດຍໄດ້ຮັບການສະຫນັບສະຫນູນຈາກ ສະຫະພາບເອີຣົບ. ນອກນັ້ນ, ການຝຶກອົບຮົມດັ່ງກ່າວ ຍັງໄດ້ຖືກຈັດຂຶ້ນຢູ່ ແຂວງຫົວພັນ, ສະຫວັນນະເຂດ ແລະ ຊຽງຂວາງ ອີກເຊັ່ນດຽວກັນ ໃນລະຫວ່າງ ເດືອນພຶດສະພາ ຫາ ເດືອນມິຖຸນາ 2023.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook