ລັດຖະບານແຫ່ງ ສປປ ລາວ ແລະ ອົງການຢູນີເຊັບຢືນຢັນຄືນເຖິງຄວາມມຸ່ງໝັ້ນໃນການສ້າງໂລກທີ່ດີກ່ວາສຳລັບເດັກພາຍຫຼັງການລະບາດຂອງພະຍາດ ເນື່ອງໃນວັນເດັກນ້ອຍໂລກ ປີ 2021.

ຈຸດເດັ່ນຂອງວັນເດັກນ້ອຍໂລກປີນີ້ ແມ່ນການເປີດຕົວຄັ້ງປະຖົມມະເລີກບົດເພງໃໝ່ຂອງນາງອາລູນາ ຖາວອນສຸກ, ນັກຮ້ອງຍອດນິຍົມຂອງລາວຊຶ່ງລວມເອົາຂໍ້ຄວາມກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.

18 ພະຈິກ 2021
Dancing
UNICEF Laos/2021/SSanoubane

ນະຄອນຫຼວງວຽງຈັນ, ວັນທີ 19 ເດືອນພະຈິກ​ ປີ​ 2021 – ໃນມື້ນີ້, ເນື່ອງໃນໂອກາດວັນເດັກນ້ອຍໂລກ (WCD), ກະຊວງສາທາລະ ນະສຸກ ແລະ ອົງການຢູນີເຊັບ​ປະຈໍາ ສປປ ລາວໄດ້​​ເປີດຕົວບົດເພງທຳອິດໃນ ສປປ ລາວ ທີ່ສົ່ງເສີມຄວາມສຳຄັນຂອງການສັກວັກຊີນກັນ​ພະຍາດ ແລະ ເນັ້ນໃສ່ຂໍ້ຄວາມກ່ຽວກັບການປະຕິບັດຕົວຈິງດ້ານຄວາມປອດໄພຕໍ່​ພະຍາດໂຄວິດ-19. ​ບົດເພງ​ດັ່ງກ່າວ​ມີ​ຊື່ວ່າ “ລາວຮ່ວມໃຈສັກວັກຊີນ​” ຊຶ່ງປະພັນເພັງ ​ແລະ ແປ​​ໂດຍ​ ນາງອາ​ລູນ​າ ທະວີບ​ສຸ​ກ, ນັກ​ຮ້ອງ​​ລາວ, ພ້ອມ​ທັງ​ສະ​ເຫຼີ​ມສະຫຼອງ​ຄວາມ​​ພະຍາ ຍາມ​ຂອງ​ພະນັກງານ​ສາທາລະນະ​ສຸກ​ທີ່​ເປັນ​ແຖວ​ໜ້າ​ໃນ​ການ​ຮັບ​ມື​ກັບ​ພະຍາດ​ໂຄ​ວິດ-19 ຂອງ ສປປ ລາວ ນັບ​ແຕ່​ເກີດ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ.

 ວັນເດັກນ້ອຍໂລກ (WCD) ແມ່ນມື້​ຂອງອົງການຢູນີເຊັບທົ່ວໂລກທີ່​ປະຕິບັດ​ຕໍ່ເດັກ​ໂດຍມີ​ຈຸດປະສົງເພື່ອຊີ້ໃຫ້ເຫັນເຖິງປະເດັນສໍາຄັນຕ່າງໆທີ່ມີຜົນກະທົບຕໍ່ຊີວິດຂອງພວກເຂົາ​ ແລະ ໄດ້ຈັດຂຶ້ນ​ທຸກໆ​ປີໃນວັນທີ 20 ເດືອນພະຈິກເພື່ອສະເຫຼີມສະຫຼອງການຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ (CRC).

 ໃນປີນີ້, ໄດ້ສືບຕໍ່ຈັດ​ງານ​ WCD ທ່າມກາງສະຖານະການທີ່ທ້າທາຍຂອງການ​ລະບາດຂອງພະຍາດໂຄວິດ-19, ໂດຍໄດ້ຈັດງານ​ຂະໜາດນ້ອຍແບບປະສົມເພື່ອສະເຫຼີມ​ສະຫຼອງ​​ວັນ​ດັ່ງກ່າວໃນ ສປປ ລາວ ແລະ ຍັງເປັນການເປີດຕົວບົດເພງທີ່ກ່າວມາຂ້າງເທິງ.

​ພິທີດັ່ງກ່າວໄດ້ຈັດຂຶ້ນໃນ​ວັດຂອງທ້ອງຖິ່ນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ປະຈຸບັນໄດ້ໃຊ້ເປັນ​ສູນສັກວັກຊີນ​ກັນພະຍາດ ແລະ ໂດຍການເປັນປະທານຂອງພະນະທ່ານ​ ດຣ. ໄພວັນ ແກ້ວປະເສີດ​, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ ດຣ. ປີອາ ເຣເບລໂລ ບຣີໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳສປປລາວ​, ພ້ອມດ້ວຍບັນດາທ່ານຜູ້ເຂົ້າຊົມຫຼາຍທ່ານທີ່​ໄດ້ເຂົ້າຮ່ວມແບບທາງໄກຜ່ານການ​ຖ່າຍທອດສົດງານດັ່ງກ່າວທາງອິນເຕີເນັດ.

ໃນງານດັ່ງກ່າວ, ພະນະທ່ານ​ ດຣ. ໄພວັນ ແກ້ວປະເສີດ​, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: “ຄວາມ​ວຸ້ນວາຍ​ດ້ານ​​ເສດ ຖະກິດ-ສັງຄົມ​ທີ່​ເກີດ​ຈາກ​ການ​​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​​ແມ່ນມະຫາສານ​, ເປັນການທໍາລາຍ​ສຸຂະພາບ​ ແລະ ​ຄວາມ​ປາຖະໜາ​ຂອງ​ລູກ​ຫຼານ​ຂອງພວກເຮົາ. ພວກເຮົາຮູ້ວ່າເດັກ​ ແລະ ຊາວໜຸ່ມ​ແມ່ນອະນາຄົດຂອງປະເທດເຮົາ ແລະ ​ຈຳເປັນ​ຕ້ອງເພີ່ມທະວີຄວາມພະ ຍາຍາມຂອງຕົນ​ໃນການຄວບຄຸມການ​ລະບາດຂອງພະຍາດໂຄວິດ-19 ແລະ ຊ່ວຍໃຫ້ເດັກ​ ແລະ ຄອບຄົວຂອງພວກເຂົາ​ໄດ້ຟື້ນຕົວຈາກຜົນກະທົບຂອງພະຍາດ​ລະບາດນີ້. ດ້ວຍເຫດນີ້​, ການສັກວັກຊີນ​ກັນພະຍາດຈິ່ງມີຄວາມ​ສໍາຄັນ.​"

ການເປີດຕົວບົດ​ເພງດັ່ງກ່າວແມ່ນທັນການ​ໃນຂະນະທີ່ລັດຖະບານພວມເລັ່ງລັດ​ຂະບວນການ​ສັກວັກຊີນ​ກັນພະຍາດໂຄວິດ-19 ເພື່ອບັນ ລຸເປົ້າໝາຍໃໝ່ຂອງອັດຕາການສັກ​ວັກຊີນໃຫ້ໄດ້ເຖິງ 70 %​ ຂອງ​ປະຊາກອນທັງໝົດຂອງ ສປປ ລາວ ໃນທ້າຍປີ 2021 ນີ້. ຍັງຈະໄດ້​ເຜີຍແຜ່ບົດເພງດັ່ງກ່າວຜ່ານໂທລະໂຄ່ງ​ຊຸມຊົນ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວອີກດ້ວຍ, ທັງນີ້ກໍ​​ເພື່ອ​ຊ່ວຍໃຫ້​​ສະມາຊິກ​ໃນ​ຊຸມ​ຊົນເຂົ້າຮ່ວມ​​ການ​ສັກວັກຊີນ​​ກັນ​ພະຍາດ​ໂຄ​ວິດ-19.

ທ່ານນາງ ດຣ. ປີອາ ເຣເບລໂລ ບຣີໂຕ​ກ່າວວ່າ:  “ພະຍາດ​ຍັງສືບຕໍ່​ລະບາດຊຶ່ງ​ເປັນວິກິດການຕໍ່ສິດທິເດັກທີ່ເປັນໄພຂົ່ມຂູ່ຕໍ່ອະນາຄົດຂອງທຸກຄົນໃນລຸ້ນຄົນນັ້ນ​. ສິ່ງສໍາຄັນແມ່ນພວກເຮົາຕ້ອງຮັບຟັງສຽງຂອງລູກຫຼານໃນເລື່ອງທີ່ສໍາຄັນທີ່ສຸດ ບໍ່ວ່າຈະເປັນການສຶກສາ ຫຼື ການປ່ຽນແປງ​ດິນຟ້າອາກາດ, ສະນັ້ນ ພວກເຮົາຈຶ່ງຈະສາມາດຊ່ວຍພວກເຂົາ​ໃຫ້ຈິນຕະນາການກ່ຽວກັບໂລກທີ່ດີ​ຂຶ້ນຫຼັງພະຍາດ​ລະບາດ ແລະ ຮັບຮູ້ເຖິງວິໄສທັດຂອງຄົນ​ລາວລຸ້ນ​ 2030 – ຊຶ່ງເປັນລຸ້ນຄົນ​ໄວ​ໜຸ່ມ​ທີ່ມີ​ສຸຂະພາບ, ໂພຊະນາການ, ການສຶກສາ, ການປົກປ້ອງ, ແລະ ທັກສະດ້ານ​​ສັງຄົມ, ດ້ານຈິດໃຈ ແລະ ດ້ານສະຕິປັນຍາ​ທີ່ໄດ້ຮັບການ​ປັບປຸງໃຫ້ດີຂຶ້ຶ້ນ”.​ ຜູ້ຕາງໜ້າອົງການຢູນິເຊັບປະຈຳສປປລາວ ຍັງສະຫຼຸບຄວາມວ່າ: “ວັນເດັກນ້ອຍໂລກປີນີ້ ຍັງກົງກັບວັນຄົບຮອບ 75 ປີຂອງອົງການຢູນິເຊັບອີກດ້ວຍ, ຊຶ່ງ​ເປັນການຢັ້ງຢືນ​ເຖິງຄວາມມຸ່ງໝັ້ນອັນຍາວນານຂອງພວກເຮົາເປັນເວລາຫຼາຍສິບທົດສະວັດແລ້ວໃນການ​ສົ່ງເສີມສິດທິ​ເດັກໃນ​ທົ່ວທຸກແຫ່ງຫົນ, ລວມທັງໃນ ສປປ ລາວອີກດ້ວຍ. ໃນ WCD 2021, ອົງການຢູນິເຊັບຂໍ​ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງຕົນທີ່ຈະເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມງານ​ຂອງພວກເຮົາເພື່ອປັບປຸງຊີວິດຂອງເດັກນ້ອຍລາວໃຫ້ດີຂຶ້ນ, ໂດຍເນັ້ນໜັກ​ເປັນພິເສດໃສ່​​ການໃ​ຫ້​​ວັກຊີນກັນພະຍາດໃຫ້ແກ່​ເດັກ​ ເພາະວ່າພວກເຮົາຈິນຕະນາການຄືນວ່າປະເທດຈະ​ດີຂຶ້ນສຳລັບທຸກຄົນ, ຊຶ່ງເປັນປະເທດທີ່ເດັກ​ທຸກຄົນໄດ້ຮັບວັກຊີນຢ່າງຄົບຖ້ວນ ແລະ ​ເລີ່ມຕົ້ນ​ຊີວິດທີ່ດີທີ່ສຸດ.”  

ນາງ ອາລູນາ ຖາວອນສຸກ ກໍ່ໄດ້ສະແດງຄວາມກະຕືລືລົ້ນຂອງຕົນທີ່ໄດ້ປ່ອຍ​ບົດເພງດັ່ງກ່າວອອກມາດ້ວຍຄວາມມຸ່ງ​ຫວັງວ່າຈະເປັນການປະກອບສ່ວນເຂົ້າໃນຂະບວນການໂຄສະນາສັກ​ວັກຊີນກັນພະຍາດຂອງ ສປປ ລາວ.  ນາງກ່າວວ່າ: “ບົດເພງນີ້ໄດ້ເປັນໂອກາດໃຫ້ຂ້າພະ ເຈົ້າໄດ້ປະກອບສ່ວນດ້ວຍວິທີທາງ​ຂອງຕົນເອງເຂົ້າໃນຂະບວນການ​ໂຄສະນາສັກ​ວັກຊີນກັນພະຍາດຢູ່ ສປປ ລາວ. ຂ້າພະເຈົ້າຫວັງວ່າບົດເພງ ແລະ ສຽງດົນຕຣີຂອງຂ້າພະເຈົ້າ​ຈະຊ່ວຍເສີມສ້າງນໍ້າໃຈສາມັກຄີຂອງປະຊາຊົນລາວຊ່ວງ​ການລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ໃຫ້ປະຊາຊົນໄປສັກວັກຊີນ​ຫຼາຍຂຶ້ນ ເພື່ອເຮັດໃຫ້ເດັກ ແລະ ຄອບຄົວໄດ້ຟື້ນຕົວຈາກຜົນກະທົບຂອງ​ການລະບາດຂອງພະ ຍາດດັ່ງກ່າວ”.  

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ມາເຣຍ ເຟີນານເດສ
ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື
ອົງການຢູນິເຊັບ
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook