ລັດຖະບານແຫ່ງ ສປປ ລາວ ເປີດຕົວ ກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ

ນີ້ແມ່ນໜຶ່ງໃນຈຸດໂດດເດັ່ນຂອງກອງປະຊຸມເຜີຍແຜ່ປະຈຳປີຄັ້ງທີ່ສອງກ່ຽວກັບວຽກງານຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ ທີ່ຖືກຈັດຂຶ້ນໃນມື້ນີ້ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ອົງການຢູນິເຊັບ

10 ກຸມພາ 2021
Stage
UNICEF Laos/2021/SSiriphongphanh

ໃນວັນທີ 10 ກຸມພາ 2021 ທີ່ ນະຄອນຫຼວງວຽງຈັນ – ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມພົວພັນສາກົນ, ກະຊວງແຜນການ ແລະ ການລົງທຶນ, ທ່ານ Vincent VIRE, ຫົວໜ້າຝ່າຍຮ່ວມມື, ສະຫະພາບເອີຣົບ ປະຈຳສປປ ລາວ, ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ​, ຜູ້ຕາງໜ້າອົງການ​ຢູນິເຊັບ​ ປະຈຳ ສປປ ລາວ ໄດ້ໃຫ້ກຽດເປັນປະທານຮ່ວມຂອງກອງປະຊຸມເຜີຍແຜ່ປະຈຳປີຄັ້ງທີ່ສອງ ກ່ຽວກັບວຽກງານຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໃນ ສປປ ລາວ ເຊິ່ງເປັນກາລະໂອກາດທີ່ສຳຄັນ ໃນການແລກປ່ຽນຫຼັກຖານ ແລະ ບົດສະຫຼຸບຈາກການຄົ້ນຄວ້າລ້າສຸດດ້ານໂພຊະນາການ.

ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມພົວພັນສາກົນ, ກະຊວງແຜນການ ແລະ ການລົງທຶນ ທັງຍັງເປັນ ປະທານຄະນະກຳມະການທີ່ປຶກສາ ຂອງວຽກງານຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ໄດ້ກ່າວວ່າ: “ເພື່ອຕອບສະໜອງຄວາມຕ້ອງການດ້ານໂພຊະນາການ ຂອງແມ່ຍິງ ແລະ ເດັກໃນປະເທດ, ການມີຂໍ້ມູນທີ່ເປັນຫຼັກຖານທີ່ຊ່ວຍສະໜັບສະໜູນການຈັດຕັ້ງ ແລະ ວາງແຜນນະໂຍບາຍ ແມ່ນສິ່ງທີ່ຂາດບໍ່ໄດ້.” ທ່ານນາງ ສີສົມບູນ ຍັງໄດ້ກ່າວເພີ່ມເຕີມວ່າ: “ກອງປະຊຸມເຜີຍແຜ່ໃນມື້ນີ້ເປັນໂອກາດທີ່ ສຳຄັນຫຼາຍຂອງພວກເຮົາໃນການແລກປ່ຽນຂໍ້ມູນທີ່ເປັນຫຼັກຖານ ແລະ ຜົນການຄົ້ນຄວ້າລ້າສຸດ, ເຊິ່ງຈະເປັນປະໂຫຍດຢ່າງຫຼວງຫຼາຍ ຕໍ່ຜູ້ອອກນະໂຍບາຍ, ລວມທັງບັນດາຄູ່ຮ່ວມພັດທະນາ, ໃນການຮັບມືກັບຄວາມທ້າທາຍດ້ານໂພຊະນາການໃນປະເທດລາວ. ໃນທ່າມກາງສະພາບການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19, ຂໍ້ມູນດັ່ງກ່າວນີ້ ຍິ່ງມີຄວາມສຳຄັນຫຼາຍຂຶ້ນເມື່ອຄຳນຶງເຖິງ ຜົນກະທົບທີ່ຄາດວ່າຂໍ້ມູນນີ້ຈະມີຕໍ່ວຽກງານໂພຊະນາການ ແລະ ການຄໍ້າປະກັນດ້ານສະບຽງອາຫານ.”   

ຫຼັກໝາຍທີ່ສຳຄັນທີ່ສຸດຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ ທີ່ໄດ້ຖືກເນັ້ນໜັກໃນກອງປະຊຸມເຜີຍແຜ່ ປະຈຳປີຄັ້ງນີ້ ແມ່ນການເປີດຕົວຂອງກະດານຂ່າວອອນລາຍ ແລະ ຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ, ເຊິ່ງໄດ້ຖືກພັດທະນາຂຶ້ນມາ ເພື່ອແນໃສ່ການສົ່ງເສີມຄວາມອາດສາມາດຂອງລັດຖະບານແຫ່ງ ສປປ ລາວ ໃນການຕິດຕາມກວດກາຄວາມຄືບໜ້າ ແລະ ຜົນໄດ້ຮັບຂອງ ວຽກງານໂພຊະນາການ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ, ພ້ອມຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃນ ການຕິດຕາມຕົວຊີ້ວັດຂອງເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ກ່ຽວພັນກັບວຽກງານໂພຊະນາການເຊັ່ນກັນ. ເຖິງວ່າເວັບໄຊ້ທີ່ສະແດງກະດານຂ່າວ ແລະ ຖານຂໍ້ມູນ ຖືກສ້າງຂຶ້ນເພື່ອເປັນເຄື່ອງມືໃຫ້ແກ່ຜູ້ອອກນະໂຍບາຍ ພາຍໃນລັດຖະບານ ພ້ອມທັງບັນດາຄູ່ຮ່ວມພັດທະນາກໍ່ຕາມ, ແຕ່ວ່າປະຊາຊົນທົ່ວໄປກໍ່ສາມາດເຂົ້າເຖິງກະດານຂ່າວ ແລະ ຖານຂໍ້ມູນນີ້ໄດ້ເຊັ່ນກັນ ເນື່ອງຈາກວ່າເວັບໄຊ້ດັ່ງກ່າວ ເປັນເວັບໄຊ້ເປີດ (https://nipn.lsb.gov.la/).

ທ່ານ Vincent VIRE, ຫົວໜ້າຝ່າຍຮ່ວມມື, ສະຫະພາບເອີຣົບ ປະຈຳສປປ ລາວ, ໄດ້ກ່າວວ່າ: “ການພັດທະນາ ກະດານຂ່າວ ແລະ ຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ເປັນຜົນສຳເລັດທີ່ສຳຄັນຂອງ ໂຄງການລະຫວ່າງ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ເນື່ອງຈາກວ່າມັນໄດ້ໃຫ້ໂອກາດທີ່ດີໃນການຕິດຕາມການລົງທຶນ ດ້ານໂພຊະນາການ ແລະ ຜົນໄດ້ຮັບຂອງການລົງທຶນດັ່ງກ່າວໃນປະເທດ. ການຮັບປະກັນຄຸນນະພາບ ແລະ ຄວາມໜ້າເຊື່ອຖືຂອງຂໍ້ມູນ ແມ່ນສິ່ງທີ່ມີຄວາມສຳຄັນຍິ່ງສຳລັບວຽກງານ ນະໂຍບາຍ, ການວາງແຜນ ແລະ ການເງິນ, ແລະ ຂ້າພະເຈົ້າກໍ່ໝັ້້ນໃຈວ່າ ທັງພາກລັດຖະບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຈະໄດ້ຮັບຜົນປະໂຫຍດທີ່ໃຫຍ່ຫຼວງຈາກການນຳໃຊ້ເຄື່ອງມືເຫຼົ່ານີ້.”

ໃນກອງປະຊຸມ ໄດ້ມີການເປີດຕົວບົດລາຍງານ ແລະ ການສຳຫຼວດຈຳນວນໜຶ່ງ ເຊັ່ນ: ບົດລາຍງານກ່ຽວກັບສິ່ງກີດຂວາງ ຕໍ່ການເຂົ້າເຖິງການບໍລິການດ້ານໂພຊະນາການໃນຂັ້ນຊຸມຊົນ ເຊິ່ງໄດ້ປະເມີນຂໍ້ຈຳກັດຕ່າງໆທີ່ເຮັດໃຫ້ຊຸມຊົນບໍ່ສາມາດເຂົ້າເຖິງ ການບໍລິການດ້ານໂພຊະນາການ ແລະ ສະໜອງຂໍ້ສະເໜີແນະທີ່ຈະເພີ່ມລະດັບການເຂົ້າເຖິງ ແລະ ການຍອມຮັບການບໍລິການດ້ານໂພຊະນການໃຫ້ຫຼາຍຂຶ້ນ; ສ່ວນບົດລາຍງານ ການວິເຄາະວຽກງານດ້ານນະໂຍບາຍໂພຊະນາການ ແມ່ນ ໄດ້ປະເມີນໂຄງສ້າງນະໂຍບາຍລະດັບຊາດ ເຊິ່ງເປັນພື້ນຖານໃນການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ ດ້ານໂພຊະນາການ. ນອກຈາກນັ້ນ, ທາງພາກລັດຖະບານກໍ່ໄດ້ນຳສະເໜີຜົນໄດ້ຮັບເບື້ອງຕົ້ນຂອງການສໍາຫຼວດການບໍລິໂພກ ແລະ ການໃຊ້ຈ່າຍຂອງຄົວເຮືອນ ແລະ ການທົບທວນແຜນການຄິດໄລ່ມູນຄ່າຂອງ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ.

ໃນຄຳກ່າວປາໄສຂອງທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ໃນກອງປະຊຸມຄັ້ງນີ້, ທ່ານໄດ້ກ່າວເຖິງບົດສະຫຼຸບຂອງການວິເຄາະຄ່າໃຊ້ຈ່າຍດ້ານໂພຊະນາການໃນ ສປປ ລາວ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ຫຼາຍກວ່າ 65 ເປີເຊັນ ຂອງງົບປະມານທີ່ວາງໄວ້ສຳລັບ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ຍັງບໍ່ໄດ້ຮັບການສະໜອງທຶນ. ທ່ານນາງ ດຣ. ເພຍ ໄດ້ກ່າວວ່າ: “ການເພີ່ມການສະໜອງທຶນຈາກລັດຖະບານຈະຮັບປະກັນ ຄວາມຍືນຍົງຂອງວຽກງານໂພຊະນາການໃນປະເທດ. ໃນຂະນະທີ່ມີການຮຽກຮ້ອງໃຫ້ມີການ ເພີ່ມທຶນສະໜັບສະໜູນຈາກລັດຖະບານໃນວຽກງານໂພຊະນາການນັ້ນ, ກໍ່ຍັງມີຄວາມຈຳເປັນທີ່ຕ້ອງປັບປຸງສາລະບັນບັນຊີ ເພື່ອຮອງຮັບວຽກງານດ້ານໂພຊະນາການອີກດ້ວຍ, ເຊິ່ງຈະຊ່ວຍປັບປຸງການຕິດຕາມ ການຈັດສັນຊັບພະຍາກອນ ແລະ ການໃຊ້ຈ່າຍໃນວຽກງານໂພຊະນາການໃນປະເທດ.”

ໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ແມ່ນໂຄງການລິເລີ່ມສາກົນຂອງ ຄະນະກຳມະທິການເອີຣົບ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງການຕ່າງປະເທດ ແລະ ພັດທະນາສາກົນຂອງລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ ພ້ອມທັງ ມູນນິທິ ບິວ ແລະ ເມລິນດາ ເກດ. ໃນປະຈຸບັນນີ້, ສປປ ລາວ ແມ່ນໜຶ່ງໃນ 9 ປະເທດໃນທົ່ວໂລກ ທີ່ໄດ້ມີການຈັດຕັ້ງປະຕິບັດວຽກງານຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ. ການລິເລີ່ມນີ້ ແມ່ນສ່ວນໜຶ່ງທີ່ສຳຄັນຂອງແຜນງານໂພຊະນາການ ຂອງລັດຖະບານແຫ່ງ ສປປ ລາວ, ເຊິ່ງຮ່ວມສະໜັບສະໜູນໂດຍສະຫະພາບເອີຣົບ ແລະ ອົງການຢູນິເຊັບ ໃນບໍລິບົດຂອງການເປັນຄູ່ຮ່ວມມືເພື່ອໂພຊະນາການທີ່ດີຂຶ້ນ.

ໃນການສະຫຼຸບກອງປະຊຸມ, ທ່ານ ຈອນ ເພຍຊັນ, ເອກອັກຄະລາຊະທູດ ຂອງສະຫະລາຊະອານາຈັກອັງກິດປະຈຳ ສປປ ລາວ, ໄດ້ຍ້ອງຍໍຊົມເຊີຍລັດຖະບານແຫ່ງ ສປປ ລາວ ສຳລັບການຊີ້ນຳ ແລະ ຄວາມເປັນເຈົ້າການຂອງລັດຖະບານໃນການຈັດຕັ້ງປະຕິບັດໂຄງການ ສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການໃນ ສປປ ລາວ. ທ່ານ ຈອນ ເພຍຊັນ ໄດ້ກ່າວວ່າ: “ສະຫະລາຊະອານາຈັກອັງກິດມີຄວາມປິຕິຍິນດີທີ່ໄດ້ມີສ່ວນຮ່ວມ ໃນໂຄງການລິເລີ່ມນີ້ ເຊິ່ງໄດ້ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການເກັບກຳ, ວິເຄາະ ແລະ ນຳໃຊ້ຂໍ້ມູນດ້ານໂພຊະນາການໃນການວາງນະໂຍບາຍ. ພວກເຮົາຫວັງວ່າ ຈະໄດ້ມີໂອກາດມີສ່ວນຮ່ວມຫຼາຍຂຶ້ນໃນວຽກງານ ໂພຊະນາການໃນປະເທດ ເພື່ອຮັດແໜ້ນການຮ່ວມມືທາງດ້ານໂພຊະນາການ.”


ກ່ຽວກັບ ສະຫະພາບເອີຣົບ

ສະຫະພາບເອີຣົບແມ່ນການຮ່ວມມືກັນຂອງ 27 ປະເທດເອີຣົບ ແລະ ເປັນມິດສະຫາຍຂອງລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍບັນດາປະຊາຊົນທັງໝົດ ທີ່ເຮັດວຽກຮ່ວມກັນເພື່ອລຶບລ້າງຄວາມທຸກຍາກ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາໄດ້ທີ່ https://eeas.europa.eu/delegations/lao-pdr_en   

ເພື່ອຮຽນຮູ້ຕື່ມກ່ຽວກັບວຽກງານຂອງສະຫະພາບເອີຣົບໃນປະເທດລາວ, ທ່ານສາມດຕິດຕາມການເຄື່ອນໄຫວຂອງ ພວກເຮົາໄດ້ໃນ ເຟສບຸກ, ອິນສຕາແກຣມ, ທວິດເຕີ ແລະ ເວັບໄຊ້ ຂອງພວກເຮົາ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ມາເຣຍ ເຟີນານເດສ
ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື
ອົງການຢູນິເຊັບ
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

About UNICEF

UNICEF works in some of the world’s toughest places, to reach the world’s most disadvantaged children. Across 190 countries and territories, we work for every child, everywhere, to build a better world for everyone. 

For more information about UNICEF and its work for children, visit www.unicef.org.

Follow UNICEF on Twitter and Facebook