ລັດຖະບານເເຫ່ງ ສປປ ລາວ, ສະຫະພາບເອີຣົບ, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ສະເຫຼີມສະຫຼອງ ອາທິດຂອງການຮັບວັກຊີນກັນພະຍາດສາກົນ 2022

ໂດຍ ສະຫະພາບເອີຣົບ, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ.

09 ພຶດສະພາ 2022
A man receiving vaccine
WHO/Philippe Aramburu

ລັດຖະບານເເຫ່ງ ສປປ ລາວ ເເລະ ສະຫະພາບເອີຣົບ ໄດ້ສ້າງສາຍສໍາພັນທີ່ເເໜ້ນເເຟ້ນນັບຕັ້ງ​ແຕ່ໄດ້ມີການເປີດສາຍ​ພົວ​ພັນ​ທາງ​ການ​ທູດ​ລະຫ່ວາງທັງ​ສອງ​ຝ່າຍຂຶ້ນໃນ​ປີ 1975. ນັບ​ແຕ່​ນັ້ນເປັນຕົ້ນມາ, ສະຫະພາບເອີຣົບ ກໍ​່ໄດ້ກາຍ​ເປັນ​ຄູ່​ຮ່ວມພັດທະນາອັນສຳຄັນຂອງ ສປປ ລາວ​ ເເລະ ໄດ້​ເຮັດ​ວຽກ​ກັບ​ບັນດາ​ຄູ່​ຮ່ວມ​ພັດທະນາຕ່າງໆເຊັ່ນ ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ​ໃນ​ຫຼາຍ​ຂົງ​ເຂດການ​ຮ່ວມ​ມື, ​ບໍ່ວ່າຈະເເມ່ນວຽກງານສົ່ງເສີມການ​ສຶກສາ ​ແລະ ໂພຊະນາ​ການ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ​ລາວ, ຫຼືວ່າ ວຽກງານສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ເເລະ ການພັດທະນາແບບຍືນຍົງໃນ ສປປ ລາວ. ຄຽງຄູ່ກັນນີ້, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ກໍ່ໄດ້ເຮັດວຽກມາເປັນເວລາຫຼາຍກວ່າ 45 ປີ ໃນ ສປປ ລາວ ເພື່ອສົ່ງເສີມການສັກວັກຊີນໃຫ້ເເກ່ເດັກນ້ອຍລາວທຸກຄົນ.

ເມື່ອໄດ້ເກີດການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວໃນຕົ້ນປີ 2021 ນັ້ນ, ສາຍສໍາພັນ ເເລະ ການຮ່ວມມືລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ສະຫະພາບເອີຣົບ ຍິ່ງນັບມື້ນັບເເໜ້ນເເຟ້ນຂຶ້ນ. ດ້ວຍການເຮດວຽກກັບບັນດາປະ​ເທດ​ສະ​ມາ​ຊິກ​ຂອງ ສະຫະພາບເອີຣົບ ໃນນາມ “ທີມເອີຣົບ” (Team Europe) ພ້ອມດ້ວຍ ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ໂດຍຜ່ານໂຄງການ COVAX Facility, ສະຫະພາບເອີຣົບ ໄດ້ຈັດສົ່ງວັກຊີນກັນພະຍາດ ໂຄວິດ-19 ຈໍານວນທັງໝົດ 1,454,400 ໂດສ໌ໃຫ້ແກ່ປະຊາຊົນລາວໃນທ້າຍປີ 2021.

ວັກຊີນເຫຼົ່ານີ້​ເເມ່ນປະກອບດ້ວຍການຊ່ວຍເຫຼືອຈາກບັນດາປະເທດສະມາຊິກ​ ສະຫະພາບເອີຣົບ ຕ່າງໆ, ເຊີ່ງໃນ​ນີ້ລວມມີການຊ່ວຍເຫຼືອວັກຊີນສອງ​ຊະນິດ, ເຊີ່ງຊະນິດທຳອິດກໍໍ​ຄື ວັກຊິນ AstraZeneca/Oxford ປະກອບສ່ວນໂດຍປະເທດຝຣັ່ງ (192,000 ໂດສ໌), ປະເທດຟິນແລນ (100,800 ໂດສ໌​); ປະເທດສວີເດນ (199,200 ໂດສ໌) ແລະ ປະເທດ​ເນເທີແລນ (199,200 ໂດສ໌). ສ່ວນວັກຊິນຊະນິດທີ່ສອງເເມ່ນວັກຊີນ Johnson & Johnson (J&J) ຈາກປະເທດເກຼັກ (302,400 ໂດສ໌) ແລະ ປະເທດເນເທີແລນ (460,800 ໂດສ໌). ເມື່ອລວມການຊ່ວຍ​ເຫຼືອວັກຊີນເຫຼົ່ານີ້ຈາກ ສະຫະພາບເອີຣົບ ໂດຍຜ່ານໂຄງການ COVAX Facility ເຂົ້າກັບການຊ່ວຍ​ເຫຼືອວັກຊີນ​ໂດຍ​ກົງ​ຈາກບັນດາປະເທດສະມາຊິກ ສະຫະພາບເອີຣົບ ອື່ນໆໃຫ້ແກ່ ສປປ ລາວ, ມາຮອດປັດຈຸບັນ ທີມເອີຣົບ ເເມ່ນໄດ້ຊ່ວຍ​ເຫຼືອວັກຊີນຈຳນວນທັ້ງມົດຫຼາຍກວ່າ 2 ລ້ານ ໂດສ໌ ແລະ ຍັ່ງກຽມພ້ອມທີ່ຈະໃຫ້ການຊ່ວຍເຫຼືອຕື່ມເເກ່ ສປປ ລາວ ອີກໃນອະນາຄົດ.

ເຖິງເເມ່ນວ່າການລະບາດຂອງພະຍາດ ໂຄວິດ-19 ໄດ້ບັງຄັບໃຫ້ຫຼາຍໆຄອບຄົວ ແລະ ຊຸມຊົນ ຈຳເປັນຕ້ອງໄດ້ໃຊ້ຊິວິດຫ່າງກັນເປັນໄລຍະດົນ ແລະ ສ້າງຄວາມເຫີນຫ່າງລະຫວ່າງຜູ້ຄົນຂອງຫຼາຍໆປະເທດເນື່ອງຈາກການຈຳກັດການເດີນທາງໃນລະດັບທົ່ວໂລກ, ແຕ່ການຊ່ວຍເຫຼືອຂອງ ສະຫະພາບເອີຣົບ ໃຫ້ເເກ່ ສປປ ລາວ, ເຊີ່ງເປັນການຊ່ວຍເຫຼືອຈາກ​ປະ​ເທດ​ທີ່ຢູ່ໃນ​ທະ​ວີ​ບ​ຕ່າງກັນນັ້ນ, ໄດ້ສະເເດງໃຫ້ເຫັນເເລ້ວເຖີງນໍ້າໃຈສາມັກຄີລະຫວ່າງປະຊາຊົນທະ​ວີ​ບເອີຣົບ ແລະ ປະຊາຊົນລາວ.

ວັກຊີນທີ່ ສະຫະພາບເອີຣົບໄດ້ສະໜອງໃຫ້ນັ້ນ ໄດ້ມາຮອດ ສປປ ລາວ ໃນໄລຍະອັນສຳຄັນເນື່ອງຈາກລັດຖະບານລາວເເມ່ນພວມຢູ່ໃນຂະບວນການສຸກຍູ້ການສັກວັກຊີນໃຫ້ທັນກັບເປົ້າໝາຍ 50 ເປີເຊັນ ຂອງອັດຕາປົກຄຸມວັກຊີນກັນພະຍາດ ໂຄວິດ-19 ສຳລັບປິ 2021. ດັ່ງນັ້ນ, ວັກຊີນດັ່ງກ່າວເເມ່ນເປັນການຊ່ວຍເຫຼືອອັນສຳຄົນສຳລັບບັນດາຊຸມຊົນທີ່ມີຄວາມສ່ຽງສູງຈາກພະຍາດ ໂຄວິດ-19 ເເລະ ໃນການເຈັບປ່ວຍຮ້າຍແຮງ ຫຼື ການເສຍຊີວິດ, ໂດຍສະເພາະສໍາລັບຜູ້ສູງອາຍຸ, ແມ່ຍິງຖືພາ ແລະ ຜູ້ມີພູມຕ້ານທານຕ່ຳ.

ເປົ້າໝາຍຂອງພວກເຮົາໃນຂັ້ນເບື້ຶອງຕົ້ນທີ່ຈະໃຫ້ວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ເເກ່ປະຊາຊົນລາວທຸກຄົນນັ້ນ ກ​ໍເບິ່ງຄືວ່າເປັນເປົ້າໝາຍທີ່ບໍ່ໄກເກີນເອື້ອມ ເເລະ ດ້ວຍການສັກຢາວັກຊີນເເຕ່ລະຄັ້ງນັ້ນ, ພວກເຮົາກໍ່ສາມາດເຫັນໄດ້ເຖີງພະລັງຂອງວັກຊີນໃນການຊ່ວຍຊີວິດຄົນ, ໂດຍສະເພາະໃນການຈຳກັດກໍລະນີເສຍຊີວິດ ແລະ ການເຈັບປ່ວຍຮ້າຍແຮງໃນ ສປປ ລາວ ຈາກພະຍາດ ໂຄວິດ-19.

Vaccine registration
WHO/Philippe Aramburu
A response team set up a vaccination post and register the villagers for COVID-19 vaccine

ເປົ້າໝາຍຊິວິດຍືນຍົງສຳລັບທຸກຄົນ

ອາທິດນີ້ເເມ່ນມີຄວາມສໍາຄັນເປັນພິເສດສໍາລັບວຽກງານການສັກວັກຊີນເພາະວ່າອາທິດນີ້ພວກເຮົາໄດ້ສະເຫຼີມສະຫຼອງ ອາທິດຂອງການຮັບວັກຊີນກັນພະຍາດສາກົນ (World Immunization Week 2022), ເຊິ່ງໄດ້ຈັດຂຶ້ນໃນອາທິດສຸດທ້າຍຂອງທຸກໆເດືອນເມສາ.

ຈຸດປະສົງຂອງ ອາທິດຂອງການຮັບວັກຊີນກັນພະຍາດສາກົນ ກໍ່ເເມ່ນເພືອສະເຫຼີມສະຫຼອງພະລັງຂອງວັກຊີນໃນການຊ່ວຍຊີວິດ ເເລະ ໃນການສ້າງສາຍເຊື່ອມຕໍ່ລະຫ່ວາງພວກເຮົາກັບບັນດາຜູ້ຄົນທີ່ເຮົາຮັກ, ເປົ້າໝາຍ ແລະ ເວລາທີ່ມີຄ່າທີ່ສຸດສໍາລັບພວກເຮົາ. ດ້ວຍຫົວຂໍ້ສໍາລັບປີນີ້ກໍ່ຄື 'ຊິວິດຍືນຍົງສຳລັບທຸກຄົນ', ອາທິດຂອງການຮັບວັກຊີນກັນພະຍາດສາກົນ 2022 ແມ່ນເປັນໂອກາດສຳລັບພວກເຮົາເພື່ອຕັກເຕືອນຕົວເອງເຖິງຄວາມສໍາຄັນຂອງການສັກວັກຊິນເພື່ອສາມາດບັນລຸຄວາມຝັນຂອງພວກເຮົາ ແລະ ຂອງ ລຸ້ນຕໍ່ໆໄປ.

ໃນປັດຈູບັນ, ການສົນທະນາໃນທົ່ວໂລກກ່ຽວກັບວັກຊີນຍັງຄົງສືບຕໍ່ເນັ້ນໜັກເຖີງວັກຊີນກັນພະຍາດ ໂຄວິດ-19, ເເຕ່ຍ້ອນເຫດຜົນນັ້ນ ພວກເຮົາຫຼາຍໆຄົນກໍ່ໄດ້ລືມໄປວ່າ ບັນດາວັກຊີນຕ່າງໆທັ້ງຫຼາຍນັ້ນໄດ້ມີບົດບາດອັນສຳຄັນຕໍ່ສຸຂະພາບ ແລະ ການເປັນຢູ່ທີ່ດີຂອງພວດເຮົາທຸກຄົນໃນຫຼາຍໆທົດສະວັດທີ່ຜ່ານມາ: ນັບຕັ້ງເເຕ່ເວລາທີ່ທ່ານ Edward Jenner ໄດ້ໃຫ້ການສັກວັກຊີນຄັ້ງທໍາອິດໃນໂລກໃນປີ 1796 ໃຫ້ເເກ່ເດັກຊາຍອາຍຸແປດປີທີ່ມີຊື່ວ່າ James Phipps ເພື່ອຕ້ານພະຍາດອີສຸກອີໃສ; ຫຼືວ່າການພັດທະນາວັກຊີນຕ້ານ ໂປລິໂອ ໂດຍທ່ານ Jonas Salk ແລະ ວັກຊີນຕ້ານ ໄຂ້ເຫຼືອງ ໂດຍທ່ານ Max Theiler; ມັນເປັນສິ່ງສໍາຄັນທີ່ພວກເຮົາຕ້ອງຈົດຈຳໄວ້ວ່າ ວັກຊີນນັ້ນເປັນເຄື່ອງມືທີ່ໄດ້ຊ່ວຍມະນຸດສະທຳໃນການຫຼຸດຜ່ອນຄວາມທຸກທໍລະມານໃນໂລກຕະຫຼອດທົດສະວັດທີ່ຜ່ານມາ ແລະ ຮັບຮູ້ວ່າວັກຊີນກັນພະຍາດ ໂຄວິດ -19 ນັ້ນເເມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມນີ້.

ດັ່ງນັ້ນ, ໃນໂອກາດ ອາທິດຂອງການຮັບວັກຊີນກັນພະຍາດສາກົນ 2022, ສະຫະພາບເອີຣົບ, ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ໄດ້ຮ່​ວມກັນສະເຫຼີມສະຫຼອງພະລັງຊ່ວຍຊີວິດຂອງວັກຊີນ ແລະ ບັນດາຜູ້ທີ່ໄດ້ມີບົດບາດຕ່າງໆໃນວຽກງານການສັກວັກຊີນຕະຫຼອດຫຼາຍໆປີທີ່ຜ່ານມາ.

ພວກເຮົາຂໍສະເເດງຄວາມຊົມເຊີຍຕໍ່ລັດຖະບານເເຫ່ງ ສປປ ລາວ ທີ່ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍເພື່ອຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ໃນປະເທດ.

ພວກເຮົາຂໍສະເເດງຄວາມຂອບໃຈໄປຍັງບັນດາພະຍາບານ, ເເພດໝໍ ແລະ ອາສາສະໝັກ ທີ່ເຮັດວຽກເພື່ອຮັບປະກັນວ່າທຸກຄົນໃນທົ່ວປະເທດລາວ, ຈາກໄວຫນຸ່ມເຖິງຜູ້ສູງອາຍຸ, ໄດ້ຮັບການສັກວັກຊີນ.

ສຸດທ້າຍນີ້, ຖ້າຫາກທ່ານເອງເຄີຍໄດ້ຮັບການສັກຢາວັກຊີນ ຫຼື ໄດ້ພາລູກຫຼານຂອງທ່ານໄປຮັບການສັກວັກຊີນມາກ່ອນນັ້ນ, ຈົ່ງຮູ້ໄວ້ວ່າ ທ່ານໄດ້ໃຫ້ການປະກອບສ່ວນອັນໃຫ່ຍຫຼວງຕໍ່ການຮັບປະກັນການໃຊ້ຊີວິດຢ່າງປອດໄພຂອງຊຸມຊົນພວກເຮົາ ເເລະ ການບັນລຸເປົ້າໝາຍຊິວິດຍືນຍົງສຳລັບທຸກຄົນ.

Vaccine delivery
UNICEF Laos/2021
Arrival of first batch of COVID-19 vaccines through COVAX facility. From left to right: Dr. Mark Jacobs, former WHO Representative to Lao PDR, H.E Ms. Ina Marčiulionytė, the Ambassador for the Delegation of the European Union to the Lao PDR and Dr. Pia Rebello Britto, UNICEF Representative to Lao PDR.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Mavliuda Dzhaparova
OIC Chief of Communication
UNICEF Lao PDR
ໂທລະສັບ: +996777919142
ອີເມວ: mdzhaparova@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook