ບຸກຄະລາກອນສັງຄົມສົງເຄາະ ເກືອບ 600 ຄົນໄດ້ຮັບ ຊຸດອຸປະກອນ ເພື່ອສ້າງຄວາມເຂັ້ມແຂງໃນການສະໜັບສະໜູນເດັກທີ່ມີຄວາມສ່ຽງ ໃນແຂວງ ອັດຕະປື
ການສະໜັບສະໜູນຂອງ ອົງການ ຢູນິເຊັບ ແລະ ອົງການ ຮ່ວມມືສາກົນ ສ. ເກົາຫຼີ ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງສັງຄົມສົງເຄາະ ແລະ ອາສາສະໝັກ ເພື່ອໃຫ້ການປົກປ້ອງທີ່ດີກວ່າ ສໍາລັບ ເດັກ ແລະ ຄອບຄົວທີ່ມີຄວາມສ່ຽງໃນ ສປປ ລາວ.
ແຂວງ ອັດຕະປື, 5 ເມສາ 2022 - ມື້ນີ້ອົງການ ຢູນິເຊັບ ປະຈໍາ ສປປ ລາວ ແລະ ອົງການ ຮ່ວມມືສາກົນ ສ. ເກົາຫຼີ ປະຈໍາ ສປປ ລາວ ໄດ້ມອບ ຊຸດອຸປະກອນຊ່ວຍວຽກ ປົກປ້ອງເດັກ ແລະ ຊຸດຄູ່ມືແນະນໍາ ທີ່ໄດ້ມາດຕະຖານ ມູນຄ່າ 75,000 ໂດລາສະຫະລັດ ໃຫ້ກັບ ພະແນກແຮງງານ ແລະ ສະຫວັດດີການສົງຄົມ ແຂວງ ອັດຕະປື ເພື່ອຊ່ວຍໃຫ້ບຸກຄະລາກອນສັງຄົມສົງເຄາະຂັ້ນທ້ອງຖິ່ນ ມີຄວາມເຂັ້ມແຂງໃນການສະໜັບສະໜູນ ເດັກ ແລະ ຄອບຄົວທີ່ມີຄວາມສ່ຽງ.
ອຸປະກອນດັ່ງກ່າວປະກອບມີ ຊຸດ ຢູນິຟອມ, ອຸປະກອນປ້ອງກັນສ່ວນບຸກຄົນ, ກະເປົ໋າເປ້, ແຜ່ນພັບສິດທິເດັກ, ໂພສເຕີ້, ເຄື່ອງຂຽນ, ປື້ມບັນທຶກກໍລະນີເດັກ, ແລະ ອື່ນໆ. ຊຸດຄູ່ມືແນະນໍາປະກອບມີ ລະບຽບສໍາລັບການປະພຶດຂອງບຸກຄະລາກອນສັງຄົມສົງເຄາະ ໂດຍເນັ້ນໜັກການສະກັດກັ້ນການຂູດຮີດ ແລະ ການລ່ວງລະເມີດທາງເພດ, ພາລະບົດບາດ ແລະ ໜ້າທີ່ ໃນການບໍລິຫານກໍລະນີ, ການສົ່ງຕໍ່, ແຜນວາດການໃຫ້ການບໍລິການ, ແບບຟອມການລາຍງານ ແລະ ອື່ນໆ. ນອກຈາກນີ້, ຍັງມີ ອຸປະກອນໄອທີ ສໍາລັບ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ເມືອງເພື່ອອໍານວນຄວາມສະດວກໃນການຮຽນຮູ້ແບບອອນລາຍ ແລະ ການບໍລິຫານກໍລະນີແບບເຄື່ອນທີ່.
ການຈັດຊື້ຄັ້ງນີ້ ແມ່ນສ່ວນໜຶ່ງຂອງແຜນງານສ້າງຄວາມເຂັ້ມແຂງເພື່ອຮັບມືກັບດິນຟ້າອາກາດແບບປະສົມປະສານ ທີ່ແຂວງ ອັດຕະປື (2020-2023), ຊຸດອຸປະກອນຊ່ວຍວຽກ ປົກປ້ອງເດັກ ແລະ ຊຸດຄູ່ມືແນະນໍາ ທີ່ໄດ້ມາດຕະຖານ ຈະຖືກແຈກຢາຍໃຫ້ກັບບຸກຄະລາກອນສັງຄົມສົງເຄາະເກືອບ 600 ທ່ານ, ເຊິ່ງລວມມີ ສະມາຊິກຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນບ້ານຈໍານວນ 585 ທ່ານ, ໃນ 65 ບ້ານ ຂອງເມືອງ ສະໜາມໄຊ ແລະ ສາມັກຄີໄຊ.
ອຸປະກອນດັ່ງກ່າວ ຍັງໄດ້ຕອບສະໜອງ ຕໍ່ຜົນການປະເມີນລະບົບປົກປ້ອງເດັກໃນ ສປປ ລາວ ທີ່ໄດ້ກ່າວໄວ້ວ່າ ໃນຂະນະທີ່ຕາໜ່າງປົກປ້ອງເດັກມີຄວາມຕັ້ງໃຈໃນການປົກປ້ອງເດັກແຕ່ ພວກເຂົາຍັງມີຂໍ້ຈໍາກັດດ້ານ ຄວາມອາດສາມາດ ແລະ ຊັບພະຍາກອນ ໃນການສະໜັບສະໜູນເດັກທີ່ມີຄວາມສ່ຽງທີ່ຈະເກີດຄວາມຮຸນແຮງ. ຂໍ້ສະເໜີແນະເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງເດັກໃນ ສປປ ລາວ (2021) ກໍ່ໄດ້ຮຽກຮ້ອງໃຫ້ຊ່ວຍເສີມສ້າງບຸກຄະລາກອນສັງຄົມສົງເຄາະຂັ້ນທ້ອງຖິ່ນ ທາງດ້ານຄວາມຮູ້, ທັກສະ, ແລະ ຊຸດອຸປະກອນທີ່ຈໍາເປັນ.
“ອຸປະກອນທັງໝົດໃນມື້ນີ້ຈະເປັນແຮງຈູງໃຈອັນດີໃຫ້ແກ່ຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນບ້ານ, ຜູ້ທີ່ເຮັດວຽກໃນແຖວໜ້າ ເພື່ອເດັກທີ່ມີຄວາມສ່ຽງຕໍ່ການເກີດຄວາມຮຸນແຮງ, ການລ່ວງລະເມີດ, ການແບ່ງແຍກ ແລະ ຄວາມທຸກຍາກ. ເຂົາເຈົ້າເປັນສ່ວນສໍາຄັນໃນລະບົບປົກປ້ອງເດັກ ແລະ ພວກເຮົາຕ້ອງສະໜັບສະໜູນເຂົາເຈົ້າ,” ກ່າວໂດຍ ທ່ານ ນາງ ອໍາຄາ ສີຫາລາດ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການແຂວງ ອັດຕະປື.
ນັບແຕ່ ປີ 2020, ກຊ ຮສສ, ອົງການ ຢູນິເຊັບ ແລະ ອົງການ ກອຍກ້າ ໄດ້ທົດລອງສ້າງຕົວແບບລະບົບປົກປ້ອງເດັກທີ່ມີຄວາມຍືນຍົງໃນ 2 ເມືອງຂອງ ແຂວງ ອັດຕະປື. ຕົວແບບດັ່ງກ່າວມີຈຸດປະສົງເພື່ອໃຫ້ການບໍລິການປ້ອງກັນ ແລະ ຕອບໂຕ້ທີ່ມີຄຸນນະພາບ ແລະ ໃກ້ຊິດກັບຊຸມຊົນໂດຍ ການເສີມສ້າງຄວາມອາດສາມາດ ແລະ ການປະຕິບັດວຽກຂອງບຸກຄະລາກອນສັງຄົມສົງເຄາະໃນຂັ້ນທ້ອງຖິ່ນເພື່ອແກ້ໄຂບັນຫາຄວາມສ່ຽງດ້ານການປົກປ້ອງເດັກ, ການລະເມີດສິດທິເດັກ ແລະ ຮັບປະກັນຄວາມເປັນຢູ່ທີ່ດີຂອງເດັກໃນ ສປປ ລາວ. “ການລົງທຶນໃສ່ບຸກຄະລາກອນສັງຄົມສົງເຄາະສາມາດໃຫ້ຜົນຕອບແທນສູງສໍາລັບການປົກປ້ອງ ແລະ ການພັດທະນາເດັກ” ກ່າວໂດຍ ທ່ານ Seongmin Lee, ຮອງຫົວຫນ້າອົງການຮ່ວມມືສາກົນ ສ. ເກົາຫຼີ ປະຈຳ ສປປ ລາວ.
“ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນສັງຄົມສົງເຄາະແມ່ນຄວາມພະຍາຍາມໄລຍະຍາວ,” ກ່າວໂດຍ ທ່ານນາງ ບີອາເຕ ດາສ໌ເທວ, ວ່າການແທນ ຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ. “ເຖິງວ່າຈະມີການແຜ່ລະບາດຂອງພະບາດໂຄວິດ-19, ແຕ່ບຸກຄະລາກອນສັງຄົມສົງເຄາະກໍ່ຍັງໄດ້ເຂົ້າເຖິງ ເດັກທີ່ມີຄວາມສ່ຽງທີ່ສຸດ ແລະ ໃຫ້ການບໍລິການຊ່ວຍເຫຼືອ ເພື່ອຕອບໂຕ້ກັບບັນຫາດ້ານ ສຸຂະພາບ, ສັງຄົມ ແລະ ເສດຖະກິດ ໃນວິກິດການດັ່ງກ່າວ. ພວກເຮົາຕ້ອງໄດ້ເລັງເຫັນ, ຮັບຮູ້ ແລະ ໃຫ້ບູລິມະສິດ ໃນການລົງທຶນໃສ່ ການສ້າງຄວາມເປັນມືອາຊີບ, ການຝຶກອົບຮົມ ແລະ ການສ້າງຄວາມອາດສາມາດໃຫ້ບຸກຄະລາກອນສັງຄົມສົງເຄາະໃນ ສປປ ລາວ,” ກ່າວເພີ່ມໂດຍ ທ່ານນາງ ບີອາເຕ ດາສ໌ເທວ.
ເປົ້າໝາຍລວມຂອງແຜນງານສ້າງຄວາມເຂັ້ມແຂງເພື່ອຮັບມືກັບດິນຟ້າອາກາດແບບປະສົມປະສານໃນ ແຂວງ ອັດຕະປື (2020-2023) ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການດັດປັບທີ່ແຂວງອັດຕະປື ໃຫ້ມີຄວາມຍືນຍົງ ແລະ ສາມາດແກ້ໄຂຕອບໂຕ້ຕໍ່ການປ່ຽນແປງດິນຟ້າອາກາດ. ແຜນງານດັ່ງກ່າວໄດ້ກວມເອົາຫຼາຍຂະແໜງການເຊັ່ນ: ສາທາ, ການພັດທະນາສີມີແຮງງານ, ການປົກປ້ອງເດັກ, ການພັດທະນາກະສິກໍາ ແລະ ການຄຸ້ມຄອງໄພພິບັດ. ນັບແຕ່ປີ 2020, ພາຍໃຕ້ການສະໜັບສະໜູນຂອງຂະແໜງ ປົກປ້ອງເດັກ, ມີບຸກຄະລາກອນສັງຄົມສົງເຄາະຈໍານວນເກືອບ 340 ຄົນ ໄດ້ຮັບການຝຶກອົບຮົມກ່ຽວກັບ ການປົກປ້ອງເດັກ ແລະ ມີເດັກ ແລະ ຜູ້ປົກຄອງຈໍານວນ 1,120 ຄົນໄດ້ເຂົ້າເຖິງການບໍລິການປົກປ້ອງເດັກລວມທັງ ການຢ້ຽມຢາມຄົວເຮືອນ, ການບໍລິຫານກໍລະນີ, ການສົ່ງຕໍ່ໃຫ້ການບໍລິການທາງສັງຄົມ, ແລະ ການໃຫ້ຄໍາປຶກສາ. ອີງຕາມບົດຮຽນທີ່ຖອດຖອນໄດ້ ແລະ ຜົນສໍາເລັດທີ່ຜ່ານມາ, ແຜນງານປົກປ້ອງເດັກຈະຂະຫຍາຍໄປເພີ່ມຕື່ມ 3 ເມືອງໃນແຂວງ ອັດຕະປື ໃນປີ 2022.
--ຈົບຂ່າວ--
ກ່ຽວກັບອົງການ KOICA
KOICA ເປັນອົງການທີ່ນໍາໜ້າໃນ ສ.ເກົາຫຼີ ໃນການຮ່ວມມືດ້ານການພັດທະນາ ທີ່ປະກອບສ່ວນເຂົ້າໃນຄວາມກ້າວໜ້າດ້ານການຮ່ວມມືສາກົນຜ່ານໂຄງການຕ່າງໆທີ່ສ້າງຄວາມສໍາພັນທີ່ດີ ແລະ ມີການຮ່ວມມື ແລະ ການແລກປ່ຽນເຊິ່ງກັນ ແລະ ກັນລະຫວ່າງ ສາທາລະນະລັດ ເກົາຫຼີ ແລະ ບັນດາປະເທດຄູ່ຮ່ວມງານຂອງ ອົງການ ກອຍກ້າເພື່ອສະໜັບສະໜູນການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດຄູຮ່ວມງານ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ອົງການ ກອຍກ້າ ແລະ ວຽກງານຂອງອົງການ, ຈົ່ງເຂົ້າເບິ່ງ www.koica.go.kr.
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບເຮັດວຽກໃນບາງບ່ອນທີ່ທຸລະກັນດານທີ່ສຸດໃນທົ່ວໂລກ, ເພື່ອເຂົ້າເຖິງເດັກດ້ອຍໂອກາດທີ່ສຸດໃນທົ່ວໂລກ. ພວກເຮົາເຮັດວຽກໃນ190 ປະເທດ ແລະ ເຂດແຄວ້ນ ເພື່ອເດັກທຸກຄົນ, ຢູ່ທຸກແຫ່ງຫົນ, ເພື່ອສ້າງໂລກທີ່ດີກ່ວາ ສຳລັບທຸກຄົນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການສຳລັບເດັກ, ຈົ່ງເຂົ້າເບິ່ງ www.unicef.org.
ຈົ່ງຕິດຕາມ ອົງການຢູນິເຊັບ ໃນ Twitter ແລະ Facebook
ສຳລັບຂໍ້ມູນເພີ່ມເຕີມ, ຈົ່ງຕິດຕໍ່:
Mr. Seongmin Lee, KOICA Office in Lao PDR, seongminlee@koica.go.kr
Ms. Young Joo Lee, UNICEF Lao PDR, yolee@unicef.org
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
About UNICEF
UNICEF works in some of the world’s toughest places, to reach the world’s most disadvantaged children. Across 190 countries and territories, we work for every child, everywhere, to build a better world for everyone.
For more information about UNICEF and its work for children, visit www.unicef.org.