ຄະນະຜູ້ແທນຂັ້ນສູງ ລົງຢ້ຽມຢາມ ແຂວງຊຽງຂວາງ ເພື່ອຕິດຕາມວຽກງານສົ່ງເສີມສິດທິເດັກ ເເລະ ກະກຽມການສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງ ອົງການຢູນິເຊັບ ໃນ ສປປ ລາວ

24 ເມສາ 2023
Group photo
UNICEF Lao PDR/2023/TPhoutavong

24 ເມສາ 2023 – ໃນລະ​ຫວ່າງວັນທີ 20 – 22 ເມ​ສາ 2023, ຄະນະຜູ້ແທນຂັ້ນສູງຈາກ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການຢູນິເຊັບ ໄດ້ລົງຢ້ຽມຢາມ ແຂວງຊຽງຂວາງ ເພື່ອຕິດຕາມ​ຄວາມ​ຄືບ​ໜ້າໃນວຽກງານສົ່ງເສີມສິດທິເດັກ ເພື່ອເປັນການກະກຽມການສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງ ອົງການຢູນິເຊັບ ໃນ ສປປ ລາວ. ຄະນະຜູ້ແທນດັ່ງກ່າວເເມ່ນໄດ້ນຳພາໂດຍ ພະນະທ່ານ ນາງ ພອນວັນ ອຸທະວົງ, ​ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ພ້ອມດ້ວຍ ທ່ານ ມາກ ເຮີວາດ, ຜູ້ອໍານວຍການດ້ານຖານຂໍ້ມູນ ຂອງ ອົງການຢູນິເຊັບ, ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ເເລະ ຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງຂັ້ນແຂວງ.

ການຢ້ຽມຢາມໃນຄັ້ງນີ້ ໄດ້ສະເເດງໃຫ້ເຫັນເຖີງຜົນສຳເລັດຕ່າງໆທີ່ ບັນລຸໄດ້ ໂດຍຜ່ານການຮ່ວມມືອັນແໜ້ນແຟ້ນລະຫວ່າງລັດຖະບານເເຫ່ງ ສປປ ລາວ ແລະ ອົງການຢູນິເຊັບ, ໂດຍສະເພາະຜົນສຳເລັດໃນວຽກງານປົກປ້ອງສິດທິເດັກ ແລະ ການຄົ້ນຄວ້າ ແລະ ສ້າງຖານຂໍ້ມູນກ່ຽວກັບເດັກ ເພື່ອປະກອບສ່ວນເຂົ້າໃນການວັດແທກເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ.

ໃນວັນ​ທີ 20 ເມ​ສາ 2023, ຄະນະຜູ້ແທນຂັ້ນສູງ ໄດ້​​ເຂົ້າ​ຢ້ຽມ​ຄຳ​ນັບ ​ທ່ານ ບຸນຈັນ ສີວົງພັນ, ​ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​​ພັກ​, ເຈົ້າ​ແຂວງ ແຂວງຊຽງ​ຂວາງ​, ເພື່ອ​ລາຍ​ງານ​ຈຸດ​ປະ​ສົງການ​ມາ​ເຮັດ​ວຽກ​ຄັ້ງ​ນີ້​ ແລະ ຂໍ​ທິດ​ຊີ້​ນຳ​ຈາກ​ການ​ນຳ​ຂອງ​ແຂວງຊຽງ​ຂວາງ.

​ຫຼັງຈາກນັ້ນໃນວັນ​ທີ 21 ເມ​ສາ 2023, ຄະນະຜູ້ແທນດັ່ງກ່າວໄດ້​​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ບ້ານຕ່າງໆ, ເລີ່ມດ້ວຍການລົງຢ້ຽມຢາມຄອບຄົວເດັກພິການທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການປົກປ້ອງເດັກຂອງ ອົງການອຸຍນີເຊັບ ທີ່ ບ້ານໂພນໄຊ, ເມືອງຄູນ. ໂຄງການດັ່ງກ່າວ ເປັນໂຄງການສຳຄັນໃນການປົກປ້ອງສິດທິຂອງເດັກນ້ອຍ ແລະ ໂຄງການທົດລອງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍ ຜ່ານ Australian NGO Cooperation Program, ໂຄງການດັ່ງກ່າວເເມ່ນສຸມໃສ່ການສະໜັບສະໜູນພິເສດຕໍ່ເດັກນ້ອຍທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ.

ຫຼັງຈາກນັ້ນ, ຄະນະຜູ້ແທນດັ່ງກ່າວກໍໄດ້ໄປຢ້ຽມຢາມບ້ານ ນາ​ໄຊ, ເມືອງ​ຄູນ, ເເລະ ໄດ້ພົບປະກັບທີມງານນັກເດີນ​ສຳ​ຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ​ເພື່ອ​ສັງ​ເກດ​ຂະ​ບວນການ​ເກັບ​ກຳ​ຂໍ້​ມູນຂໍ້ມູນ ສຳລັບ LSIS III. ຜົນຈາກການສໍາຫຼວດລະດັບປະເທດນີ້ ຈະຊ່ວຍໃຫ້ລັດຖະບານເເຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວ, ພ້ອມຍັງຈະປະກອບສ່ວນເຂົ້າໃນການປະເມີນຄວາມຄືບໜ້າຂອງເປົ້າໝາຍພັດທະນາຊັບພະຍາກອນມະນຸດພາຍໃຕ້ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ເເລະ ເປົ້າໝາຍການພັດທະນາແບບຍືນຍົງ ອີກເຊັ່ນດຽວກັນ.

ໃນ ​ບ້ານ​ອຸ້ມ​ເຂົ້າ​ຍາວ, ຄະນະຜູ້ແທນດັ່ງກ່າວ ກໍ່ໄດ້ລົງສັງເກດ​ລະ​ບົບ​ນ້ຳ​ ແລະ ສຸຂາພິບານ ​ຊື່ງ​ມີ​ຄວາມ​ສຳ​ຄັນ​ໃນ​ການ​ສະ​ໜອງ​ນ້ຳ​ສະ​ອາດ ແລະ ປັບ​ປຸງ​ສຸ​ຂະ​ພາບ​ຂອງບັນດາ​ຊຸມ​ຊົນໃນບ້ານ. ຜົນສຳເລັດຂອງໂຄງການ​ນ້ຳ​ ແລະ ສຸຂາພິບານ ໃນບ້ານດັ່ງກ່າວ ເປັນຕົວຢ່າງຂອງຄວາມມຸ່ງໝັ້ນຂອງ ອົງການຢູນິເຊັບ ແລະ ລັດຖະບານເເຫ່ງ ສປປ ລາວ ໃນຂົງເຂດວຽກງານນ້ຳ ແລະ ສຸຂາພິບານ ໃນບັນດາຊຸມຊົນທົ່ວປະເທດ.

​ພະນະທ່ານ ນາງ ພອນວັນ ອຸທະວົງ, ​ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ​ໄດ້​ກ່າວວ່າ: “ການຮ່ວມມື​ລະຫວ່າງ​ ລັດຖະບານ​ເເຫ່ງ ສປປ ລາວ ​ແລະ ອົງການຢູນິິເຊັບ ມາເປັນເວລາ 50 ປີ ​ໄດ້​ນຳ​ມາ​ເຊິ່ງຄວາມປ່ຽນເເປງທີ່ດີິໃນ​ຊີວິດການເປັນຢູ່​ຂອງ​ເດັກນ້ອຍ ​ແລະ ເເມ່ຍິງລາວ, ໂດຍ ສະເພາະໃນ​ທຸກ​ຂົງ​ເຂດ ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ ແລະ ສຸຂາພິບານ. ຄວາມສໍາເລັດເຫຼົ່ານີ້ ແມ່ນມີຜົນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ. ພວກເຮົາຫວັງວ່າຈະສາມາດສືບຕໍ່ເຮັດວຽກກັບ ອົງການຢູນິເຊັບ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວທຸກຄົນ ແລະ ບັນລຸວິໄສທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ."

ທ່ານ ມາກ ເຮີວາດ, ຜູ້ອໍານວຍການດ້ານຖານຂໍ້ມູນ ຂອງ ອົງການຢູນິເຊັບ, ໄດ້ກ່າວວ່າ: “ໃນໄລຍະ 50 ປີຜ່ານມາ, ພວກເຮົາໄດ້ຮ່ວມກັນສ້າງຜົນສຳເລັດຫຼາຍຢ່າງໃນການປັບປຸງຊີວິດຂອງເດັກນ້ອຍລາວ ເເລະ ຜົນສຳເລັດເຫຼົ່ານີ້ເປັນຫຼັກຖານຢັ້ງຢືນເຖິງຄວາມມຸ່ງໝັ້ນອັນບໍ່ຢຸດຢັ້ງຂອງລັດຖະບານເເຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ເພື່ອສ້າງອະນາຄົດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍທຸກຄົນ.”

ການມາຢ້ຽມຢາມ ແຂວງຊຽງຂວາງ ໃນຄັ້ງນີ້ ໄດ້ເນັ້ນໃຫ້ເຫັນເຖິງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ອົງການຢູນິເຊັບ ແລະ ລັດຖະບານເເຫ່ງ ສປປ ລາວ ເເລະ ຄວາມມຸ່ງໝັ້ນໃນການສືບຕໍ່ການຮ່ວມນີ້ເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງໃນທົ່ວ ສປປ ລາວ. ໃນຂະນະ​ທີ່ ອົງການຢູນິເຊັບ ​ສະ​ເຫຼີ​ມສະຫຼອງ ຄົບຮອບ 50 ປີ ໃນ ສປປ ລາວ, ອົງການຢູນິເຊັບ ​​ຢືນຢັນ​ເຖີງ​ຄຳ​ໝັ້ນ​ສັນຍາທີິ່ຈະສືບຕໍ່​ສະໜັບສະໜູນ​ລັດຖະບານເເຫ່ງ ສປປ ​ລາວ ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ພັດທະນາ​ຕ່າງໆຂອງ ສປປ ລາວ ​ແລະ ສ້າງ​ອະນາຄົດ​ທີ່​ສົດ​ໃສ​ໃຫ້ເເກ່ ​ເດັກນ້ອຍ​ລາວ​ທຸກ​ຄົນ.

ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ກໍ່ໄດ້ແບ່ງປັນຄຳເຫັນກ່ຽວກັບສາຍພົວພັນລະຫວ່າງ ອົງການຢູນິເຊັບ ແລະ ລັດຖະບານເເຫ່ງ ສປປ ລາວ: “ຕະຫຼອດ 50 ປີຜ່ານມາ, ອົງການຢູນິເຊັບ ພວກເຮົາຮູ້ສຶກເປັນກຽດທີ່ໄດ້ມີໂອກາດເຮັດວຽກກັບລັດຖະບານລາວ ເພື່ອສ້າງອະນາຄົດທີ່ດີກວ່າເກົ່າໃຫ້ແກ່ເດັກນ້ອຍ ເເລະ ເເມ່ຍິງລາວ. ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ຜົນສຳເລັດທີ່ພວດເຮົາໄດ້ຮ່ວມກັນສ້າງ ແລະ ຢຶດໝັ້ນໃນຄຳສັນຍາທີ່ຈະສືບຕໍ່ສະໜັບສະໜູນລັດຖະບານລາວ ໃນການບັນລຸເປົ້າໝາຍການພັດທະນາຂອງຕົນ. ໃນໄລຍະເດືອນຂ້າງໜ້ານີ້, ພວກເຮົາຈະໄດ້ຮ່ວມກັນສະເຫຼີມສະຫຼອງວາລະໂອກາດອັນສຳຄັນນີ້ ເພາະການຮ່ວມມືລະຫວ່າງ ອົງການຢູນິເຊັບ ແລະ ລັດຖະບານລາວ ແມ່ນຈະມີຄວາມສຳຄັນຍິ່ງກວ່າທີ່ເຄີຍມີມາກ່ອນ ສຳລັບເດັກນ້ອຍທຸກຄົນໃນລາວ, ເພື່ອໃຫ້ພວກເຂົາບັນລຸທ່າແຮງຂອງຕົນໄດ້ຢ່າງເຕັມທີ່.”

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
UNICEF Lao PDR
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook