ການຮ່ວມມືລະຫວ່າງ ອົງການ ຢູນິເຊັບ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ໃນການຊຸກຍູ້ສົ່ງເສີມເດັກ ແລະ ການຮັບມືຕໍ່ການປ່ຽນແປງສະພາບດິນຟ້າອາກາດ ເນື່ອງໃນວັນເດັກສາກົນ

ເນື່ອງໃນເດັກນ້ອຍສາກົນປີນີ້ ສປປ ລາວ ໄດ້ມີການຊຸກຍູ້ສົ່ງເສີມ ແລະ ປູກຈິດສໍານຶກກ່ຽວກັບບັນຫາຮີບດ່ວນ ທີ່ເດັກນ້ອຍກໍາລັງປະເຊີນໜ້າ

01 ມີຖຸນາ 2023
International Children's Day 2023 celebrations in Savannakhet Province, Lao PDR.
UNICEF Laos/2023/MPhetxayyabouth

ສະຫວັນນະເຂດ, ວັນທີ 1 ເດືອນ ມິຖຸນາ 2023 - ລັດຖະບານແຫ່ງ ສປປ ລາວ, ອົງການ ຢູນິເຊັບ, ອົງການ ຊາຍຟັນປະຈໍາປະເທດລາວ ແລະ ເດັກນ້ອຍ ໄດ້ມາເຕົ້າໂຮມກັນເພື່ອສະເຫຼີມສະຫຼອງວັນເດັກສາກົນ ທີ່ເມືອງ ອຸດົມພອນ. ກິດຈະກໍາການສະເຫຼີມສະຫຼອງໃນປີນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ Investing in Our Future mean Investing in Our Children” ເພື່ອເນັ້ນຍໍ້າກ່ຽວກັບ ບົດບາດສໍາຄັນຂອງເດັກນ້ອຍ ໃນການແກ້ໄຂບັນຫາທີ່ເດັກກໍາລັງປະເຊີນຢູ່ ລວມທັງບັນຫາການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ເອົາໃຈໃສ່ຕໍ່ກັບການປະຕິບັດທີ່ຍືນຍົງ ໂດຍມີເດັກຫຼາຍກ່ວາ 1 ພັນຄົນ ທີ່ມາຈາກທ້ອງຖິ່ນ ແລະ ໂຮງຮຽນ ອະນຸບານ, ປະຖົມ ແລະ ມັດຖະຍົມ 20 ກ່ວາແຫ່ງເຂົ້າຮ່ວມ.

ຈຸດປະສົງຂອງການລິເລີ່ມການຮ່ວມມື ແມ່ນເພື່ອຍົກໃຫ້ເຫັນຄວາມສໍາຄັນກ່ຽວກັບສິ່ງທ້າທາຍທີ່ມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຄຽງຄູ່ກັບການຊຸກຍູ້ສົ່ງເສີມເດັກນ້ອຍ ແລະ ໄວໜຸ່ມ ໃຫ້ມີແຮງບັນດານໃຈໃນການປ່ຽນແປງເພື່ອສ້າງອະນາຄົດທີ່ຍືນຍົງ. ດ້ວຍການເນັ້ນເຖິງບັນຫານການປ່ຽນແປງສະພາບດິນຟ້າອາກາດ ແລະ ຄວາມເປັນຢູ່ທີ່ດີຂອງເດັກນ້ອຍ. ກິດຈະກໍາໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນໃນການຮ່ວມມືກັນເພື່ອປົກປັກຮັກສາສິ່ງແວດລ້ອມ.

ພະນະທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ແລະ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ “ເດັກນ້ອຍ ມີບົດບາດທີ່ສໍາຄັນທີ່ສຸດຕໍ່ການສ້າງອະນາຄົດທີ່ຍືນຍົງ”. ນອກຈາກນີ້, ທ່ານຍັງໄດ້ຊົມເຊີຍ ການຮ່ວມມືລະຫວ່າງ ສູນກາງສະຫະພັນແມ່ຍິງລາວ ແລະ ອົງການ ຢູນິເຊັບ ປະຈໍາ ສປປ ລາວ ໃນການສົ່ງເສີມມາດຕະການ ເພື່ອຮັບມືຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ສະແດງຄວາມຂອບໃຈມາຍັງ ອົງການ ຢູນິເຊັບ ທີ່ມີຄວາມໝາຍໝັ້ນ ແລະ ໃຫ້ການຮ່ວມມືກັບ ສູນກາງ ສະຫະພັນແມ່ຍິງລາວ ໃນການຊຸກຍູ້ສົ່ງເສີມເດັກນ້ອຍ ແລະ ສ້າງສະພາບແວດລ້ອມ ທີ່ເຂົາເຈົ້າຈະສາມາດເຕີບໃຫຍ່ ໃນທ່າມກາງທີ່ມີການປ່ຽນແປງຂອງສະພາບດິນຟ້າອາກາດ.  

ທ່ານ. ວິລະໄຊ ທຳມະວົງ, ຜູ້ອໍານວຍການ ອົງການ ຊາຍຟັນ ປະຈໍາ ສປປ ລາວ, ທັງເປັນ ຜູ້ຕາງໜ້າຈາກ ອົງການ ຊາຍຟັນ ປະຈໍາ ປະເທດ ອອສເຕເລຍ ໄດ້ກ່າວວ່າ “ໃນການຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈໍາປີ 2023 ຂອງພວກເຮົາ, ອົງການຊາຍຟັນ ປະຈໍາ ສປປ ລາວ ມີຄວາມໝາຍໝັ້ນໃນການປະຕິບັດວຽກງານເພື່ອຮັບປະກັນວ່າເດັກນ້ອຍທຸກຄົນໃນ ສປປ ລາວ ມີສິດ ແລະ ມີໂອກາດໃນການເຂົ້າເຖິງການພັດທະນາຂີດຄວາມສາມາດຂອງເຂົາເຈົ້າ. ພວກເຮົາເຊື່ອວ່າ ເດັກນ້ອຍທຸກໆຄົນ ສົມຄວນທີ່ຈະສາມາດເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ, ການເບິ່ງແຍງສຸຂະພາບ ແລະ ມີສະພາບແວດລ້ອມທີ່ປອດໄພ. ມາຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ສົດ​ໃສ​ໃຫ້​ແກ່​ລູກ​ຫຼານ ໃນສປປ ​ລາວ ຂອງພວກເຮົາ.”

ທ່ານ. ດຣ. ເພຍ ບຣິດໂຕ, ຜູ້ຕາງໜ້າຈາກອົງການ ຢູນິເຊັບ ປະຈໍາ ສປປ ລາວ, ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມ ໂດຍທ່ານໄດ້ເນັ້ນຍໍ້າເຖິງຄວາມສໍາຄັນຂອງການຮ່ວມມືກັນເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນອະນາຄົດທີ່ຍືນຍົງໃຫ້ແກ່ເດັກນ້ອຍ. ໃນບົດກ່າວເປີດຂອງ ທ່ານ. ດຣ. ບຣິດໂຕ ກໍ່ໄດ້ເນັ້ນໜັກກຽວກັບຄວາມຈໍາເປັນອັນຮີບດ່ວນໃນການສ້າງມາດຕະການເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ທີ່ຮຽກຮອງໃຫ້ມີການຮ່ວມມືຈາກບັນດາຄູ່ຮ່ວມງານ ເພື່ອສ້າງໂລກໃຫ້ມີສີຂຽວ ແລະ ມີຄວາມປອດໄພຫຼາຍຂຶ້ນ ເພື່ອຄົນລຸ້ນຕໍ່ໄປ.

ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໄປພ້ອມກັບ ວັນປູກຕົ້ນໄມ້ແຫ່ງຊາດ ແມ່ນຄວາມຕັ້ງໃຈ ໃຫ້ເປັນສັນຍາລັກເຖິງຄວາມສໍາຄັນຂອງການອະນຸລັກສະພາບແວດລ້ອມທໍາມະຊາດ ແລະ ຊຸກຍູ້ສົ່ງເສີມໃຫ້ເດັກນ້ອຍ ໃຫ້ເປັນຕົວແທນຂອງການປ່ຽນແປງທີ່ດີຂຶ້ນ ໃນການຜະເຊີນໜ້າກັບສິ່ງທ້າທາຍຈາກການປ່ຽນແປງຂອງສະພາບດິນຟ້າອາກາດ.

ອົງການ ຢູນິເຊັບ ໄດ້ເນັ້ນຍໍ້າເຖິງຄວາມໝາຍໝັ້ນ ໃນການເປັນຄູ່ຮ່ວມມື ຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ. ໃນນີ້, ກໍ່ຍັງຮັບຮູ້ເຖິງຄວາມເອົາໃຈໃສ່ຂອງລັດຖະບານແຫ່ງ ສປປ ລາວ ໃນການສ້າງອະນາຄົດທີ່ຍືນຍົງ ແລະ ປົກປ້ອງຄວາມເປັນຢູ່ທີ່ດີ ຂອງເດັກນ້ອຍ, ອົງການ ຢູນິເຊັບ ຈຶ່ງມີຄວາມຕັ້ງໜ້າ ທີ່ຈະສະໜັບສະໜູນ ໃນການສ້າງຄວາມເຂັ້ມແຂງ ໃຫ້ກັບການປັບຕົວຂອງຊຸມຊົນ, ສົ່ງເສີມການປະຕິບັດແຜນງານທີ່ຍືນຍົງ ແລະ ຊຸກຊູ້ສົ່ງເສີມໃຫ້ເດັກນ້ອຍເປັນສ່ວນໜຶ່ງໃນການສະໜັບສະໜູນວຽກງານດ້ານສະພາບດິນຟ້າອາກາດ. ດ້ວຍການນໍາໃຊ້ຄວາມຊໍານານດ້ານວິຊາການ, ຊັບພະຍາກອນ ແລະ ເຄືອຂ່າຍທົ່ວໂລກ, ອົງການ ຢູນິເຊັບ ມີເປົ້າໝາຍໃນການສຸມໃສ່ການຮ່ວມມືເພື່ອອະນາຄົດທີ່ເດັກນ້ອຍສາມາດເປັນຜູ້ນໍາໃນການປ່ຽນແປງດ້ານສິ່ງແວດລ້ອມໃຫ້ໄປໃນທິດທາງທີ່ດີຂຶ້ນ.

ການຮ່ວມມືດັ່ງກ່າວສະແດງໃຫ້ເຫັນເຖິງຄວາມສາມາດອັນລໍ້າຄ່າຂອງເດັກນ້ອຍ, ຄວາມສຳຄັນຂອງການອະນຸລັກສິ່ງແວດ ລ້ອມ ແລະ ຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາໃນການຮັບປະກັນອະນາຄົດຂອງເຂົາເຈົ້າ. ຜ່ານການເຄື່ອນໄຫວ ແລະ ການປູກຈິດສໍານຶກກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ, ອົງການ ຢູນິເຊັບ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ມີເປົ້າໝາຍໃນການສ້າງແຮງບັນດານໃຫ້ມີການປ່ຽນແປງໃນໄລຍະຍາວ ແລະ ສ້າງໂລກທີ່ຍືນຍົງ ແລະ ທົນທານ ສໍາລັບທຸກຄົນ.

ໃນການສະເຫຼີມສະຫຼອງວັນເດັກນ້ອຍສາກົນຄັ້ງນີ້, ສູນກາງສະຫະພັນແມ່ຍິງລາວຍັງໄດ້ຈັດໃຫ້ມີ ບູດ ເພື່ອໂຄສະນາໃຫ້ຄວາມຮູ້ກ່ຽວກັບການເບິ່ງແຍງດູແລລູກພາຍໃຕ້ໂຄງການ “ຮັກລູກໃຫ້ໃສ່ໃຈ” ການລ້າງມືທີ່ຖືກຕ້ອງ ແລະ ໃຫ້ສະອາດ, ການສັກຢາກັນພະຍາດ ແລະ ອື່ນໆ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ທ່ານ.ປອ.ນ. ນິນປະເສີດ ໄຊຍະພອນສີ
ຫົວໜ້າກົມພັດທະນາແມ່ຍິງລາວ
ສູນກາງສະຫະພັນແມ່ຍິງລາວ
ໂທລະສັບ: +856 2096668666
ໂທລະສັບ: 856 2131636
ອີເມວ: ninpaseuthx@yahoo.com
ທ່ານ ໄຊມ້ອນ ນາເຊີ
ຫົວໜ້າພະແນກສື່ສານ
ອົງການຢູນີເຊັບ ປະຈໍາ ສປປ ລາວ
ໂທລະສັບ: +856 2055519681
ອີເມວ: snazer@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook