ການສຶກສາລ່າສຸດໄດ້ສະແດງໃຫ້ເຫັນວ່າອາຫານທີ່ຂາຍຕາມທ້ອງຕະຫຼາດ ສໍາລັບເດັກນ້ອຍໃນເຂດອາຊີຕະເວັນອອກສ່ຽງໃຕ້ມີປະລິມານນໍ້າຕານ ແລະ ເກືອສູງ

ການສຶກສາຢູ່ 7 ປະເທດໄດ້ເຕືອນໃຫ້ຮູ້ວ່າ 72 ເປີເຊັນ ຂອງອາຫານຫວ່າງ ແລະ ຂອງກິນຫຼີ້ນ ທີ່ຂາຍຕາມທ້ອງຕະຫຼາດສໍາລັບເດັກນ້ອຍຕໍ່າກວ່າ 3 ປີ ໄດ້ມີປະລິມານນໍ້າຕານ ແລະ ສານເພີ່ມຄວາມຫວານເປັນສ່ວນປະກອບ.

14 ທັນວາ 2023
Rice porridge is served at an EU supported health outreach service in Savane Village Phongsaly Province, Lao PDR. This cooking demonstration shows parents how to make healthy one pot meals for their kids.
UNICEF/UN0311135/Labrador

ນະຄອນຫຼວງວຽງຈັນ, 14 ທັນວາ 2023 - ການສຶກສາລ່າສຸດໃນເຂດພາກພື້ນໄດ້ສະແດງໃຫ້ເຫັນວ່າອາຫານທີ່ຜະລິດຂາຍຕາມທ້ອງຕະຫຼາດສໍາລັບເດັກນ້ອຍອາຍຸລະຫວ່າງ 6 ເດືອນ ຫາ 3 ປີ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ມີປະລິມານນໍ້າຕານ ແລະ ເກືອໃນປະລິມານທີ່ສູງ, ພ້ອມທັງມີການນໍາໃຊ້ສື່ໂຄສະນາຢ່າງກວ້າງຂວາງເພື່ອຊວນເຊື່ອ ແລະ ຫຼອກລວງ, ຂາດຂໍ້ບັງຄັບທີ່ເຄັ່ງຄັດກ່ຽວກັບການປະກອບການ ແລະ ຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກນ້ອຍ.

ການສຶກສານີ້, ແມ່ນໄດ້ຮັບການສະຫນັບສະຫນູນຈາກ ອົງການຢູນິເຊັບ ແລະ ຄູ່ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍໃນເຂດອາຊີຕາເວັນອອກສ່ຽງໃຕ້ (COMMIT), ໄດ້ມີການປະເມີນອາຫານຫວ່າງ, ອາຫານເສີມສໍາເລັບຮູບສໍາລັບເດັກນ້ອຍຫຼາຍກວ່າ 1,600 ລາຍການ ທີ່ຂາຍຕາມທ້ອງຕະຫຼາດຢູ່ປະເທດກໍາປູເຈ້ຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ນອກນັ້ນຍັງໄດ້ສຶກສາພຶດຕິກໍາຂອງຜູ້ບໍລິໂພກ ແລະ ລະບຽບການທີ່ມີຢູ່ໃນ 7 ປະເທດທີ່ໄດ້ເຮັດການສຶກສາ.

ການສຶກສາຄົ້ນຄວ້າພົບວ່າ ເກືອບເຄິ່ງຫນຶ່ງຂອງຜະລິດຕະພັນທີ່ໄດ້ສຶກສາ (44 ເປີເຊັນ) ໄດ້ເພີ່ມນໍ້າຕານ ແລະ ສານເພີ່ມຄວາມຫວານ ໃສ່ໃນອາຫານຫວ່າງ ແລະ ຂອງກິນຫຼີ້ນຫຼາຍເຖິ່ງ 72 ເປີເຊັນ. ເມື່ອກ່າວເຖິ່ງປະລິມານເກືອ, ຫຼາຍກວ່າຫນຶ່ງສ່ວນສາມຂອງຜະລິດຕະພັນທີ່ໄດ້ສຶກສາແມ່ນເພີ່ມທາດໂຊດຽມ ໃນປະລິມານທີ່ສູງກວ່າຂໍ້ແນະນໍາທີ່ກໍານົດໃວ້.

ຫຼາຍໄປກວ່ານັ້ນ, ເກືອບ 90 ເປີເຊັນ ຂອງສະຫຼາກສິນຄ້າຂອງຜະລິດຕະພັນເຫຼົ່ານັ້ນໄດ້ມີເນື້ອຫາໂຄສະນາຊວນເຊື່ອ ແລະ ຫຼອກລວງຄຸນປະໂຫຍດທາງດ້ານໂພຊະນາການຂອງຜະລິດຕະພັນ.

"ໃນ ສປປ ລາວ, ຜະລິດຕະພັນອາຫານຈໍານວນຫຼາຍທີ່ເລັງໃສ່ລູກຫລ້າຂອງພວກເຮົາແມ່ນບໍ່ພຽງແຕ່ບໍ່ດີຕໍ່ສຸຂະພາບເທົ່ານັ້ນ ແຕ່ຍັງມີສະຫຼາກໂຄສະນາຊວນເຊື່ອຫຼອກລວງນໍາອີກ," ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ. "ລູກຫຼານຂອງພວກເຮົາ ແລະ ພໍ່ແມ່ຂອງພວກເຂົາມີສິດທີ່ຈະໄດ້ຮັບຂໍ້ມູນທີ່ເປັນຈິງ ແລະ ເລືອກສິງທີ່ດີເພື່ອສຸຂະພາບດີກວ່າ."

ສໍາລັບ ສປປ ລາວ, ບົດລາຍງານໄດ້ລະບຸໃຫ້ເຫັນສະພາບການກິນອາຫານໃນປັດຈຸບັນທີ່ຍັງຂາດແຄນ ໂດຍສະເພາະແມ່ນຂາດຈຸນລະສານອາຫານ ຫຼື ວິຕາມິນແຮ່ທາດ ແລະ ລວມໄປເຖິ່ງການໄດ້ຮັບອິດທິພົນຈາກການໂຄສະນາຜະລິດຕະພັນອາຫານເສີມສໍາລັບເດັກໃນທ້ອງຕະຫຼາດຊື່ງມີຜົນຕໍ່ການເລືອກຂອງຜູ້ບໍລິໂພກ. ຂໍ້ບົກຜ່ອງຕ່າງໆ ຍັງລວມໄປເຖິ່ງ ກອບວຽກດ້ານລະບຽບການໃນລະດັບປະເທດສໍາລັບການຄ້າຂາຍຜະລິດອາຫານອາຫານເສີມສໍາລັບເດັກ ລວມທັງຊ່ອງຫວ່າງໃນການຄວບຄຸມຕາຕະລາງສະແດງປະເພດ ແລະ ປະລິມານສານອາຫານທີ່ບັນຈຸໃນຜະລິດຕະພັນ, ສະຫຼາກສິນຄ້າ ແລະ ການໂຄສະນາ. ບົດລາຍງານນີ້ຈະຊ່ວຍຊຸກຍູ້ການພັດທະນາມາດຕະຖານແຫ່ງຊາດ ແລະ ຄູ່ມືແນະນໍາທີ່ຄົບຖ້ວນ ເພື່ອຮັບປະກັນໃຫ້ມີການຜະລິດອາຫານເສີມສໍາລັບເດັກທີ່ມີໂພຊະນາການພຽງພໍໃນທ້ອງຕະຫຼາດ ແລະ ມີການສົ່ງເສີມຢ່າງມີຄວາມຮັບຜິດຊອບ.

ການຊື່ຂາຍຜະລິດຕະພັນອາຫານເສີມສໍາລັບເດັກ ແມ່ນເປັນເລື່ອງປົກະຕິສໍາລັບການໃຫ້ອາຫານແກ່ເດັກນ້ອຍໃນອາຊີຕາເວັນອອກ ສ່ຽງໃຕ້, 79 ເປີເຊັນ ຂອງແມ່ທີ່ອາໃສ່ຢູ່ໃນຕົວເມືອງລາຍງານວ່າພວກເຂົາເຈົ້າໃຫ້ອາຫານເຫຼົ່ານີ້ໃຫ້ແກ່ລູກນ້ອຍຂອງພວກເຂົາໃນແຕ່ລະມື້. ໃນທົ່ວເຂດອາຊີຕາເວັນອອກສຽງໃຕ້, ການຄ້າຂາຍອາຫານເສີມສໍາລັບເດັກໄດ້ເຕີບໂຕຂຶ້ນເຖິງ 45 ເປີເຊັນ ໃນ ໄລຍະ 5 ປີ ທີ່ຜ່ານມາ.

ດ້ານລະບຽບການຄຸ້ມຄອງ, ການສຶກສາໄດ້ໃຫ້ຂໍ້ສັງກາດວ່າ ໃນບັນດາ 7ປະເທດ ແມ່ນບໍ່ມີປະເທດໃດທີ່ມີນະໂຍບາຍແຫ່ງ ຊາດກ່ຽວກັບການລະບຸປະເພດສານອາຫານທີ່ບັນຈຸ ແລະ ສະຫຼາກສິ່ນຄ້າ ໃສ່ໃນກ໋ອງອາຫານເສີມສໍາລັບເດັກທີ່ຜະລິດອອກມາຂາຍ ໂດຍອີງຕາມມາດຕະຖານສາກົນ. ພົບວ່າຫຼາຍປະເທດບໍ່ມີມາດຕະການ ທີ່ຖືກຕ້ອງຕາມກົດຫມາຍເພື່ອຄວບຄຸມປະລິມານສູງສຸດທີ່ອະນຸຍາດໃຫ້ເພີ່ມນ້ໍາຕານ ຫລື ເກືອ ໃສ່ໃນອາຫານເສີມສາລັບເດັກທີ່ຜະລິດຂາຍຕາມຕະຫຼາດ. ປະເທດທີ່ມີມາດຕະສ່ວນປະລິມານສູງສຸດຂອງນໍ້າຕານ ຫຼື ເກືອ ແມ່ນມັກຈະນໍາໃຊ້ກັບບາງປະເພດເຊັ່ນ: ອາຫານກ໋ອງສໍາເລັດຮູບ(Cereal) ຫຼື ຂອງກິນຫຼີ້ນ ແລະ ເຫັນວ່າສັດສ່ວນແມ່ນສູງກວ່າມາດຕະຖານສາກົນ. ການໄດ້ຮັບນໍ້າຕານຕັ້ງແຕ່ໄວຍັງນ້ອຍສາມາດສົ່ງຜົນໃຫ້ເປັນພະຍາດແຂ້ວແມງ, ນໍ້າໜັກເພີ່ມຂື້ນ ແລະ ພຶດຕິກໍາການກິນທີ່ບໍ່ດີ, ໃນຄະນະດຽວກັນເມື່ອໄດ້ຮັບເກືອໃນປະລິມານທີ່ສູງພາໃຫ້ເປັນຄວາມດັນເລືອດສູງ ຊື່ງມີຜົນຕໍ່ການມີອາຍຸຍືນຍາວ.

ຍັງພົບການອ້າງອີງຢ່າງກວ້າງຂວາງ, ຕາມຂໍ້ມູນກ່ຽວກັບຕາຕະລາງປະເພດ ແລະ ປະລິມານສານອາຫານທີ່ປະກອບຢູ່ໃນຜະລິດຕະພັນເກືອບ 90 ເປີເຊັນທີ່ໄດ້ຮັບການປະເມີນ. ພົບວ່າມີການປະສົມເກືອ ແລະ ໄຂມັນໃນປະລິມານສູງ "ລວມເຖິ່ງຈາກທໍາມະຊາດ", "ແຫຼ່ງທີ່ດີຂອງວິຕາມິນ", ແລະ "ບໍ່ມີສ່ວນປະກອບປອມ." ຍິ່ງໄປກວ່ານັ້ນ, ໃນປະເທດກໍາປູເຈຍ, ຟີລິບປິນ ແລະ ສປປ ລາວ, ຜະລິດຕະພັນສ່ວນໃຫຍ່ແມ່ນໃສ່ຊື່ເປັນພາສາອັງກິດເທົ່ານັ້ນ ຫຼື ບໍ່ມີຄໍາອະທິບາຍເປັນພາສາປະຈໍາຊາດ, ສິ່ງນີ້ພາໃຫ້ພໍ່ແມ່ມີຂໍ້ຈໍາກັດໃນການໄດ້ຮັບຂໍ້ມູນຂ່າວສານເພື່ອພິຈາລະນາກ່ອນຈະເລືອກຊື້ຜະລິດຕະພັນອາຫານເສີມເພື່ອຮັບປະກັນໃຫ້ລູກຫຼານໄດ້ຮັບອາຫານທີ່ມີປະໂຫຍດເພື່ອໂພຊະນາການທີ່ດີຂອງພວກເຂົາ.

ອົງການຢູນິເຊັບ ແລະ ຄູ່ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍ (COMMIT) ຂໍຮຽກຮ້ອງໃຫ້:

  1. ປັບປຸງລະບຽບການຄຸ້ມຄອງຂອງລັດຖະບານເພື່ອການຄ້າຂາຍຜະລິດຕະພັນອາຫານເສີມສໍາລັບເດັກ, ລວມເຖິ່ງຂໍ້ຫ້າມໃນການເພິ່ມນໍ້າຕານ ແລະ ສານເພີ່ມຄວາມ, ຈໍາກັດປະລິມານນໍ້າຕານ ແລະ ເກືອ, ແລະ ຫ້ານໂຄສະນາຊວນເຊື່ອ ແລະ ສະຫຼາກສິນຄ້າ
  2. ລັດຖະບານເຂັ້ມງວດໃນການຕິດຕາມກວດກາ ແລະ ປະຕິບັດຢ່າງຈິງຈັງ ກ່ຽວກັບລະບຽບການຄຸ້ມຄອງການຄ້າຂາຍອາຫານເສີມສໍາລັບເດັກນ້ອຍ
  3. ສົ່ງເສີມສະໜັບສະໜູນໃຫ້ພໍ່ແມ່ເອົາອາຫານທີ່ຫຼາກຫຼາຍໃຫ້ລູກນ້ອຍຂອງເຂົາເຈົ້າກິນ ແລະ ພິຈາລະນາໃຫ້ຖີ່ຖ້ວນການໂຄສະນາທີ່ບໍ່ຖືກຕ້ອງ ແລະ ກວດເບິ່ງສະຫຼາກສິນຄ້າ.

#####

ຂໍ້ຄວາມສໍາຄັນສໍາລັບຜູ້ກວດ:

  • ອ່ານ ແລະ ດາວໂຫຼດເອົາບົດລາຍງານໄດ້ທີ່ນີ້.
  • ຮູບພາບ, ວີດີໂອ ແລະ ເຄື່ອງມືສໍາລັບສື່ສານຕ່າງໆໄດ້ຕາມລິ້ງທີ່ນີ້.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບຄູ່ຮ່ວມງານ ທີ່ເປັນພາຄີໃນການສົ່ງເສີມການໃຫ້ອາຫານເສີມເດັກນ້ອຍ (COMMIT)

COMMIT ແມ່ນການລິເລີ່ມຮ່ວມຕົວກັນຂອງພາກສ່ວນຕ່າງໆ ໂດຍມີຈຸດປະສົງເພື່ອສົ່ງເສີມການເຂົ້າເຖິ່ງໂພຊະນາການ ຊື່ງປະກອບມີ: ອົງການ Alive & Thrive; Helen Keller International; ທີ່ປຶກສາJB; ໂຮງຮຽນວິທະຍາສາດດ້ານອາຫານ ແລະ ໂພຊະນາການ( School of Food Science and Nutrition), ມະຫາວິທະຍາໄລຂອງ Leeds; ອົງການ UNICEF ປະຈໍາພາກພື້ນ ເຂດອາຊີປາຊີຝິກ; ແລະ ອົງການອາຫານໂລກປະຈໍາພາກພື້ນເຂດອາຊີປາຊີຟິກ ໄດ້ຮັບການສ້າງຕັ້ງຂື້ນ ເພື່ອສະໜັບສະນູນລັດຖະບານກ່ຽວກັບການສ້າງລະບຽບການຄຸ້ມຄອງການຄ້າຜະລິດຕະພັນອາຫານສໍາລັບເດັກນ້ອຍ ແລະ ເພື່ອປົກປ້ອງຜູ້ບໍລິໂພກຈາກການໂຄສະນາຊວນເຊື່ອຕ່າງໆທີ່ບໍ່ຖືກຕ້ອງ.

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook