ການສຳຫຼວດຂອງ ກະຊວງສາທາລະນະສຸກ ແລະ ອົງການຢູນີເຊັບ ສະແດງໃຫ້ເຫັນອັດຕາການສັກວັກຊີນເກືອບ 100 ເປີເຊັນ ໃນພື້ນທີ່ທ່ອງທ່ຽວສີຂຽວ

ພື້ນທີ່ທ່ອງທ່ຽວສີຂຽວ, ເຊີ່ງປະກອບມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໄດ້ບັນລຸອັດຕາການສັກວັກຊີນເຖີງ 99.67 ເປີເຊັນ ເເລະ ປະຊາຊົນທີ່ອາໃສຢູ່ໃນເຂດດັ່ງກ່າວສະແດງຄວາມຮູ້ໃນລະດັບສູງກ່ຽວກັບມາດຕະການປ້ອງກັນ ໂຄວິດ-19

28 ເມສາ 2022
Media briefing
UNICEF Laos/2022/BBaythongkham

ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2022 – ໃນມື້ນີ້, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ເເລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ໄດ້ໃຫ້ກຽດ​ເປັນ​ປະທານ​ຮ່ວມ​ໃນ​ກອງ​ປະຊຸມເຜີຍແຜ່ສຳລັບສື່ມວນຊົນກ່ຽວກັບຜົນການສຳຫຼວດອັດຕາປົກຄຸມວັກຊີນກັນພະຍາດ ໂຄວິດ-19 ໃນພື້ນທີ່ທ່ອງທ່ຽວສີຂຽວໃນ ສປປ ລາວ, ເຊີ່ງປະກອບມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.

ການສຳຫຼວດດັ່ງກ່າວ ເເມ່ນໄດ້ຈັດຂຶ້ນລະຫວ່າງເດືອນມັງກອນ ຫາ ມີນາ 2022 ເເລະ ໄດ້ສະແດງໃຫ້ເຫັນເຖີງອັດຕາການສັກວັກຊີນໃນພື້ນທີ່ທ່ອງທ່ຽວສີຂຽວທີ່ມີລະດັບສູງເຖີງ 99.67 ເປີເຊັນ. ນອກນັ້ນ, ການສຳຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນທີ່ອາໃສຢູ່ໃນເຂດດັ່ງກ່າວນັ້ນ ມີຄວາມຮູ້ກ່ຽວກັບມາດຕະການປ້ອງກັນພະຍາດ ໂຄວິດ-19 ໃນລະດັບສູງພຽງພໍ, ໂດຍມາດຕະການປ້ອງກັນທີ່ຜູ້ເຂົ້າຮ່ວມການສໍາຫຼວດໄດ້ກ່າວມານັ້ນລວມມີ: ການຫຼີກເວັ້ນການຈັບມື (85 ເປີເຊັນ), ການໃສ່ໜ້າກາກ (58.9 ເປີເຊັນ), ການໝັ່ນລ້າງມືເປັນປະຈຳ (18.2 ເປີເຊັນ) ແລະ ການຫຼີກລ້ຽງການດື່ມເຫຼົ້າ (16.5 ເປີເຊັນ).

ການສໍາຫຼວດຍັງຊີ້​ໃຫ້​ເຫັນ​ແ​ຫຼ່ງຂໍ້ມູນຂ່າວສານກ່ຽວກັບພະຍາດ ໂຄວິດ-19 ທີ່ປະຊາຊົນລາວນຳໃຊ້, ໂດຍຜູ້ເຂົ້າຮ່ວມສ່ວນໃຫຍ່ (85 ເປີເຊັນ) ເເມ່ນນຳໃຊ້ ເຟສບຸກ ໃນການເສບຂ່າວສານກ່ຽວກັບ ໂຄວິດ-19; 78.7 ເປີເຊັນ ໄດ້ຮັບຂ່າວສານກ່ຽວກັບ ໂຄວິດ-19 ຈາກບ່ອນເຮັດວຽກ/ເພື່ອນຮ່ວມງານ ແລະ 41.3 ເປີເຊັນ ເເມ່ນໄດ້ຮັບຂ່າວຈາກໂທລະໂຄງບ້ານ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ນະໂຍບາຍທີ່ສະໜັບສະໜູນທຸລະກິດ ແລະ ຄົວເຮືອນໃຫ້ສາມາດປັບຕົວເຂົ້າກັບສະພາບປົກກະຕິໃໝ່​ໄດ້ ເເມ່ນມີຄວາມສຳຄັນຫຼາຍຕໍ່ການຟື້ນຕົວເສດຖະກິດຂອງ ສປປ ລາວ. ພວກເຮົາຕ້ອງຊຸກຍູູ້ອັດຕາການສັກວັກຊີນໃຫ້​ໄດ້ເຖີງ 100 ເປີເຊັນ ເພື່ອບັນລຸເປົ້າໝາຍນີ້. ການ​ນຳ​ສະ​ເໜີ​ຜົນ​ການ​ສຳ​ຫຼວດ​ໃນ​ມື້​ນີ້ໄດ້​ສະ​ແດງ​ໃຫ້​ເຫັນເເລ້ວ​ວ່າ ​ພວກ​ເຮົາ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງເພື່ອຈະ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ ​ແລະ ຊ່ວຍໃຫ້ ສປປ ລາວ ສາມາດ​ຟື້ນ​ຕົວຈາກວິກິດນີ້ ແລະ ​ເປີດ​ປະ​ເທດ​ຄືນ​ໃໝ່ໄດ້.”

ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດທາງເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ຢ່າງໃຫຍ່ຫຼວງ ແລະ ໄດ້ພາໃຫ້ການທ່ອງທ່ຽວໃນປະເທດຢຸດຕິລົງເກືອບທັງຫມົດ, ເຊີ່ງກ່ອນການລະບາດຂອງພະຍາດດັ່ງກ່າວ ເເມ່ນໄດ້ມີການຂະຫຍາຍຕົວຢ່າງໝັ້ນຄົງມາເເຕ່ຫຼາຍທົດສະວັດ. ໃນ​ທົ່ວ​ໂລກ, ນັກ​ທ່ອງ​ທ່ຽວ​ສາ​ກົນກໍ່ໄດ້​ຫຼຸດ​ລົງ​ໃນ​ລະ​ດັບ​ທີ່​ບໍ່ເຄີຍ​ມີ​ມາກ່ອນຕັ້ງ​ແຕ່​ປີ 1990.

ການທ່ອງທ່ຽວໃນ ສປປ ລາວ ບໍ່ພຽງເເຕ່ມີຄວາມສຳຄັນຕໍ່ເສດຖະກິດຂອງປະເທດເທົ່ານັ້ນ ເເຕ່ຍັງມີຄວາມສຳຄັນຕໍ່ ການບັນລຸເປົ້້າໝາຍ​ພັດທະນາ​ແບບ​ຍືນ​ຍົງສຳລັບ​ປີ 2030 ອີກດ້ວຍ, ​ໂດຍສະເພາະຕໍ່ 17 ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ, ລວມທັງ​ການ​ສະໜອງ​ໂອກາດ​ໃຫ້​ແກ່​ເດັກນ້ອຍ, ຊາວ​ໜຸ່ມ, ​ແມ່ຍິງ ​ແລະ ຊຸມ​ຊົນ, ​ແລະ ການ​ອະນຸລັກ ແລະ ສົ່ງເສີມມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາຂອງປະເທດ.

ການ​ເປີດ​ປະ​ເທດ​ຄືນໃໝ່​​ຈະ​ຊ່ວຍ​ຟື້ນ​ຟູ​​ການ​ທ່ອງ​ທ່ຽວ ​ເພື່ອສ້າງ​ແຫຼ່ງ​ລາຍ​ຮັບ​ໃຫ້ເເເກ່ ​ສປປ ​ລາວ ເເລະ ເພື່ອບັນລຸໄດ້ຈຸດເປົ້້າໝາຍນີ້, ຈຳເປັນຕ້ອງຜັນຂະຫຍາຍການບໍລິການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ທົ່ວເຖີງ ເເລະ ຕ້ອງຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ໂດຍສະເພາະໃນພື້ນທີ່ທ່ອງທ່ຽວສີຂຽວ.

ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ກ່າວວ່າ: “ຜົນການສຳຫຼວດນີ້ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຂອງ ໂຄງການ "ລາວຮ່ວມໃຈສັກວັກຊີນ”, ຍຸດທະສາດ ແລະ ການລົງທຶນຂອງລັດຖະບານລາວ. ນອກຈາກນັ້ນ, ຜົນສຳເລັດດັ່ງກ່າວ ຄົງຈະເປັນໄປບໍ່ໄດ້ຖ້າບໍ່ມີການສະໜັບສະໜູນຈາກຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງທຸກທ່ານ, ໂດຍສະເພາະໃນການປະກອບສ່ວນວັກຊີນຜ່ານໂຄງການ COVAX Facility ແລະ ການສະໜັບສະໜູນການໂຄສະນາເຜີຍແຜ່ການໃຫ້ວັກຊີນໃນ 18 ແຂວງຂອງ ສປປ ລາວ. ພວກເຮົາແຕ່ລະຄົນ ສາມາດປະກອບສ່ວຍເຂົ້າໂຄງການ "ລາວຮ່ວມໃຈສັກວັກຊີນ” ເເລະ ແບ່ງປັນຜົນສໍາເລັດກັບທູກຄົນໃນສັງຄົມລາວໄດ້.” ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຍັ່ງໄດ້ກ່າວອີກວ່າ: "ກອງປະຊຸມຂອງພວກເຮົາໃນມື້ນີ້ຍັງກົງກັນກັບອາທິດຂອງການຮັບວັກຊີນກັນພະຍາດສາກົນ, ເຊິ່ງເເມ່ນໄດ້ສະເຫຼີມສະຫຼອງໃນອາທິດສຸດທ້າຍຂອງທຸກໆເດືອນເມສາ ແລະ ມີຈຸດປະສົງເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງວັກຊີນໃນການຊ່ວຍຊີວິດ. ດັ່ງນັ້ນ, ຂ້າພະເຈົ້າຂໍຖືໂອກາດນີ້ເພື່ອເນັ້ນໜັກເຖີງຄວາມສຳຄັນບໍ່ພຽງເເຕ່ຂອງວັກຊີນປ້ອງກັນພະຍາດ ໂຄວິດ-19 ເທົ່ານັ້ນ, ແຕ່ຍັ່ງຂໍເນັ້ນໜັກອີກເຖີງຄວາມສຳຄັນຂອງການສັກວັກຊີນປ້ອງກັນພະຍາດທົວໄປໃນການຊ່ວຍຊີວິດເດັກ. ພວກເຮົາຕ້ອງຮັບປະກັນວ່າຄວາມພະຍາຍາມຂອງພວກເຮົາໃນວຽກງານການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ເເກ່ປະຊາຊົນລາວນັ້ນຕ້ອງເດີີນໄປໜ້າຄຽງຄູ່ກັນກັບ ຄວາມພະຍາຍາມໃນວຽກງານການສັກວັກຊີນປ້ອງກັນພະຍາດທົວໄປໃຫ້ເເກ່ເດັກ."

 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Mavliuda Dzhaparova
OIC Chief of Communication
UNICEF Lao PDR
ໂທລະສັບ: +996777919142
ອີເມວ: mdzhaparova@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook