ການສະໜັບສະໜູນແມ່ທີ່ລ້ຽງລູກດ້ວຍນໍ້ານົມແມ່
ເປັນກຸນແຈສຳຄັນໃຫ້ເດັກມີສຸຂະພາບທີ່ດີກວ່າ ແລະ ຊ່ວຍໃຫ້ອົງກອນສາມາດດຳເນີນງານຢ່າງມີປະສິດທິຜົນ

- ສາມາດມີໃນ:
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 2 ສິງຫາ 2023- “ການສະໜັບສະໜູນຢ່າງຮອບດ້ານແກ່ຜູ້ເປັນແມ່ ໃນການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນເປັນກຸນແຈສຳຄັນໃຫ້ເດັກມີສຸຂະພາບດີ ແລະ ຍັງຊ່ວຍເພີ່ມຂວັນກຳລັງໃຈ ແລະ ປະສິດທິພາບຂອງການເຮັດວຽກຢູ່ພາຍໃນອົງກອນນຳອີກ.” ນີ້ແມ່ນເນື້ອໃນໃຈຄວາມຫຼັກຈາກ ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນງານຂອງ SUN ລາວ ເພື່ອສົ່ງເສີມສະຖານທີ່ເຮັດວຽກຢູ່ໃນ ສປປ ລາວ ໃຫ້ມີຄວາມເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່, ຊຶ່ງເປັນ ໜຶ່ງໃນບັນດາກິດຈະກຳເພື່ອສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ປະຈຳປີ 2023.
ໃນປີນີ້, ໄດ້ມີຜູ້ເຂົ້າຮ່ວມ 100 ກວ່າທ່ານ ຈາກຂະບວນການສົ່ງເສີມໂພຊະນາການ (SUN) ໃນລາວ, ຊຶ່ງປະກອບດ້ວຍລັດຖະບານ, ບັນດາອົງການຈັດຕັ້ງທາງສັງຄົມ, ພາກທຸລະກິດ, ພາກສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາອື່ນໆ ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ ພາຍໃຕ້ຫົວຂໍ້ “ສ້າງສະພາບແວດລ້ອມທີີ່ເອື້ອອຳນວຍໃນສະຖານທີີ່ເຮັດວຽກ ເພື່ອໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ເປັນໄປໄດ”.
ໃນພິທີດັ່ງກ່າວໄດ້ເນັ້ນຍົກໃຫ້ເຫັນເຖິງຜົນປະໂຫຍດທີ່ບັນດາອົງກອນຕ່າງໆໄດ້ມີໃຫ້ພະນັກງານເພດຍິງ ເພື່ອສະ ໜັບສະໜູນໃຫ້ເຂົາເຈົ້າສາມາສືບຕໍ່ໃຫ້ນົມລູກພາຍຫຼັງທີ່ກັບຄືນໄປເຮັດວຽກປົກກະຕິ ໂດຍການຈັດສັນພື້ນທີ່ທີ່ສະອາດ ແລະ ປອດໄພ ໃຫ້ເຂົາເຈົ້າສາມາດປໍ້ານໍ້ານົມໄວ້ໃຫ້ລູກກິນ, ຈັດສັນສິ່ງອຳນວຍຄວາມສະດວກເພື່ອຊ່ວຍເບິ່ງແຍງລູກນ້ອຍຂອງເຂົາເຈົ້າຢູ່ບໍລິເວນໃກ້ກັບບ່ອນເຮັດວຽກ, ການອະນຸຍາດໃຫ້ແມ່ພັກເພື່ອໄປໃຫ້ນົມລູກ/ປໍ້ານໍ້ານົມໄວ້ໃຫ້ລູກ, ມີຊົ່ວໂມງເຮັດວຽກທີ່ສາມາດຍືດຍຸ່ນໄດ້ ຫຼື ມີການຈັດວາງໜ້າວຽກ, ການເພີ່ມໄລຍະພັກເກີດລູກ ແລະ ອື່ນໆ.
“ໄດ້ມີຫຼັກຖານອ້າງອີງ ໃນ ສປປ ລາວ ແລະ ຈາກທົ່ວໂລກ ສະແດງໃຫ້ເຫັນວ່າ ສະຖານທີ່ເຮັດວຽກທີ່ສະໜັບສະໜູນໃຫ້ແມ່ທີ່ເຮັດວຽກປະຈຳສາມາດໃຫ້ນົມລູກ ຫຼື ປໍ້ານໍ້ານົມໄວ້ໃຫ້ລູກຢູ່ບ່ອນເຮັດວຽກ ຈະເຮັດໃຫ້ການເຮັດວຽກມີປະສິດທິຜົນທີ່ສູງຂຶ້ນ, ເພີ່ມຂວັນກຳລັງໃຈ ແລະ ສ້າງຜົນຮັບທີ່ດີກວ່າສຳລັບເດັກອ່ອນ ແລະ ເດັກນ້ອຍ”, ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວ. “ສິ່ງເລັກນ້ອຍແຕ່ສາມາດສ້າງຜົນກະທົບມະຫາສານ ທີ່ຜູ້ປະກອບການສາມາດເຮັດເພື່ອສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມໄດ້. ພວກເຮົາຂໍຮຽກຮ້ອງໃຫ້ຜູ້ປະກອບການທຸກທ່ານຈົ່ງຮັບປະກັນວ່າອົງກອນຂອງພວກທ່ານມີນະໂຍບາຍ ແລະ ຊັບພະຍາກອນທີ່ຈຳເປັນ ເພື່ອສະໜັບສະໜູນແມ່ທີ່ໃຫ້ນົມລູກ.”
“ພວກເຮົາມີຄວາມພາກພູມໃຈທີ່ໄດ້ມອບລາງວັນຈາກ SUN CSA ‘ສະຖານທີ່ເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່’ ໃຫ້ແກ່ 28 ອົງກອນ ເພື່ອເປັນການຍ້ອງຍໍຊົມເຊີຍໃນຄວາມພະຍາຍາມຍາມຂອງເຂົາເຈົ້າ ໃນການເຮັດໃຫ້ການລ້ຽງລູກດ້ສຍນໍ້ານົມແມ່ເປັນເລື່ອງງ່າຍ ແລະ ໃຫ້ພໍ່ແມ່ທີ່ເຮັດວຽກປະຈຳສາມາດເຂົ້າເຖິງໄດ້”, ທ່ານ ແອນໂທນີ້ ແກລນວີລ໌, ປະທານຮ່ວມເຄືອຂ່າຍ SUN CSA ລາວ, ທີ່ປຶກສາອາວຸໂສວຽກງານສຸຂະພາບຂອງແມ່ຍິງ ແລະ RMNCH ຂອງອົງການແຄຣ໌ ນານາຊາດ ປະຈຳລາວ ກ່າວ. “ຕົວເລກຜູ້ໄດ້ຮັບລາງວັນທີ່ມີຈຳນວນຫຼາຍ ໄດ້ເປັນການເນັ້ນໜັກໃຫ້ເຫັນເຖິງຄວາມກະຕືລືລົ້ນທີ່ເພີ່ມຂຶ້ນຂອງຫຼາຍອົງກອນ ໃນການຄວບຄຸມຜົນປະໂຫຍດທີ່ມີຕົ້ນທຶນຕໍ່າແຕ່ສ້າງຜົນກະທົບສູງ ໃຫ້ກັບພະນັກງານຂອງຕົນ.”
ວິນເຊັນ ວີຣາ, ຫົວໜ້າຝ່າຍຮ່ວມມື ຂອງ ສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວ: "ການລ້ຽງລູກດ້ວຍນົມແມ່ເປັນວິທີທີ່ມີປະສິດທິພາບທີ່ສຸດໃນການສົ່ງເສີມສຸຂະພາບທີ່ດີຂອງເດັກ. ດັ່ງນັ້ນການ
ສົ່ງເສີມການລ້ຽງລູກດ້ວຍນົມແມ່ນັ້ນຈື່ງເປັນອົງປະກອບທີ່ສຳຄັນຫຼາຍໃນວຽກງານດ້ານໂພຊະນາການຂອງພວກເຮົາ. ການລ້ຽງລູກດ້ວຍນົມແມ່ ນັ້ນເເມ່ນມີຜົນປະໂຫຍດຕໍ່ ສັງຄົມທັງໝົດ ເເລະ ສະນັ້ນທຸກໆຄົນຕ້ອງຊ່ວຍກັນສະຫນັບສະຫນູນການລ້ຽງລູກດ້ວຍນົມແມ່.”
"ການລ້ຽງລູກດ້ວຍນໍ້ານົມແມ່ເປັນພື້ນຖານຂອງຊີວິດ, ການຈະເລີນເຕີບໂຕ ແລະ ສາຍຜູກພັນທີ່ດີເລີດລະຫວ່າງແມ່ ແລະ ລູກ, ເປັນສ່ວນສຳຄັນຕໍ່ຄວາມມີຊີວິດຊີວາທາງດ້ານວັດທະນະທຳ ແລະ ເສດຖະກິດ," ທ່ານ ມາກ ໂອເວີມາຣ, ວ່າການແທນ ຮອງຜູ້ຕາງຫນ້າອົງການຢຸນິເຊັບປະຈຳ ສປປ ລາວ ກ່າວ. “ການລະເລີຍຕໍ່ແນວທາງປະຕິບັດນີ້ ສົ່ງຜົນກະທົບທີ່ນອກເໜືອຈາກດ້ານສຸຂະພາບ, ເຮັດໃຫ້ເສດຖະກິດຂອງພວກເຮົາສູນເສຍເຖິງປີລະ 180 ລ້ານໂດລາສະຫະລັດ ແລະ ທີ່ໜ້າເສົ້າກໍຄືເຮັດໃຫ້ເດັກກວ່າ 1,000 ເສຍຊີວິດ ແລະ 250,000 ຄົນ ເຈັບປ່ວຍ. ພວກເຮົາມາໃຫ້ຄຳໝັ້ນສັນຍາຮ່ວມກັນໃນການສະໜັບສະໜູນ ແລະ ຄົງໄວ້ຊຶ່ງກົດໂດຍທຳມະຊາດນີ້ ເພື່ອສົ່ງເສີມໃຫ້ລູກຫຼາຍຂອງພວກເຮົາມີສຸຂະພາບທີ່ແຂງແຮງ ແລະ ມີອະນາຄົດທີ່ຮຸ່ງເຮືອງ.”
ງານສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ ພາຍໃຕ້ຫົວຂໍ້ “ສ້າງສະພາບແວດລ້ອມທີີ່ເອື້ອອຳນວຍໃນສະຖານທີີ່ເຮັດວຽກ ເພື່ອໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ເປັນໄປໄດ” ນັ້ນເເມ່ນໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການແພລນສາກົນປະຈຳລາວ, ອົງການບັນເທົາທຸກກາໂຕລິກ, ອົງການຊ່ວຍເຫຼືອເດັກປະຈຳລາວ, ຢູນີເຊັບ ແລະ ສະຫະພາບເອີຣົບ.
--- ຈົບ ---
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook