ຊາວໜຸ່ມລາວຄົ້ນຄິດຄືນໃໝ່ ເຖິງອະນາຄົດທີ່ສົດໃສ ຫຼັງການລະບາດຂອງພະຍາດໂຄວິດ ໃນເວທີ “ສົນທະນາຂອງຕົວແທນຊາວໜຸ່ມລາວ”

ຊາວໜຸ່ມລາວຄົ້ນຄິດຄືນໃໝ່ ເຖິງອະນາຄົດທີ່ສົດໃສ ຫຼັງການລະບາດຂອງພະຍາດໂຄວິດ ໃນເວທີ “ສົນທະນາຂອງຕົວແທນຊາວໜຸ່ມລາວ”

27 ມັງກອນ 2022

ໃນຕອນເຊົ້າ, ວັນທີ 27 ມັງກອນ​​ ປີ 2022 ອົງການ UNICEF ດ້ວຍການເປັນຄູ່​ຮ່ວມງານ​ກັບກະຊວງຖະແຫຼ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (MICT), ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (LYU), ມະຫາວິທະຍາໄລແຫ່ງຊາດລາວ(NUOL), ອົງການ ChildFund ໃນປະເທດລາວ ແລະ ອົງການ Global Shapers, ໄດ້ຈັດງານນຳສະເໜີແນວຄວາມຄິດ, ໂອ້ລົມ, ສົນທະນາຂອງຕົວແທນຊາວໜຸ່ມລາວທີ່ເນັ້ນໃສ່​ຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ຕໍ່ ເດັກ ແລະ ໄວໜຸ່ມໃນ ສປປ ລາວ.  

ງານສົນທະນາແລກປ່ຽນຄໍາຄິດເຫັນຂອງ​ຊາວໜຸ່ມລາວ ໄດ້​ຈັດຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້​ຫຼັກ ເພື່ອຄົ້ນຄິດຄືນໃໝ່ເຖິງຄົນລາວແຕ່ນີ້ຫາປີ 2030 - ສ້າງຍຸກຫຼັງການລະບາດຂອງພະຍາດທີ່ດີກວ່າ, ມີສີຂຽວຫຼາຍຂຶ້ນ ແລະ ຍືນຍົງກວ່າເກົ່າ ເພື່ອເດັກທຸກໆຄົນ”, ໄດ້ເຕົ້າໂຮມເອົາຊາວໜຸ່ມລາວ ທີ່ມີພອນສະຫວັນ ແລະ ມີຄວາມມຸ່ງໝັ້ນເປັນຕົວແທນຈໍານວນ 7 ຄົນ ທີ່ມາຈາກພື້ນຖານທີ່ແຕກຕ່າງກັນໃນຂອບເຂດທົ່ວປະເທດ ເພື່ອນຳສະເໜີທັດສະນະຂອງເຂົາເຈົ້າກ່ຽວກັບບັນຫາທີ່ສຳຄັນທີ່ສົ່ງຜົນກະທົບຕໍ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ລວມທັງຫົວຂໍ້ທີ່ກ່ຽວພັນກັບ ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ, ການປົກປ້ອງເດັກ.

ທັງໝົດເຈັດຫົວຂໍ້ນັ້ນແມ່ນມີຫົວຂໍ້ຕໍ່ໄປນີ້ 1) '​ການຢຸດພັກໜຶ່ງປີ​ກະກຽມຂ້ອຍສູ່​ການຮຽນຮູ້ຕະຫຼອດຊີວິດ' ໂດຍ ພຣະ​ ສົມກຽດ ສີຢາງ​ວົງສາ, 2) 'ເປັນຫຍັງຈິ່ງບໍ່ມີຊີວິດ​ປົກກະຕິແບບໃໝ່ສຳລັບການປ່ຽນແປງດິນຟ້າອາກາດ' ໂດຍ ນາງ ມະໄລສອນ ວັນນະລາດ​, 3) 'ເປັນຫຍັງສຸຂະພາບຈິດທີ່ດີຈິ່ງເລີ່ມຈາກການຮັບຟັງ' ໂດຍ ນາງ ດາລາສັກ ຍອດຈະເລີນ, 4) 'ຄວາມຫວັງທີ່ເດັກ​ຈະຫຼຸດພົ້ນຈາກຄວາມຮຸນແຮງທຸກຮູບແບບ' ໂດຍ ນາງ ປາເຢຍ​ ຢ່າງເຊົາ ເຢ້, 5) 'ຄວາມຊັບຊ້ອນຂອງໂພຊະນາການຂອງເດັກ​ ແລະ ແມ່ຍິງໃນ ສປປ ລາວ' ໂດຍ ນາງ  ໄພລິນ ເກີດຫຼ້າ​, 6) 'ສິ່ງທີ່ພໍ່ແມ່ຂອງຂ້ອຍສອນ​​ຂ້ອຍກ່ຽວກັບຄວາມສະເໝີພາບ​ຍິງ-ຊາຍ' ໂດຍ ນາງ ພະນົມພອນ ຜາອຸດົມ ແລະ 7) 'ຄວາມສໍາຄັນຂອງການຍອມຮັບ ແລະ ການ​ເຄົາລົບຕໍ່ຄວ​າມເປັນຕົວເອງຂອງທຸກ​ເພດຈິ່ງສໍາຄັນ' ໂດຍ ທ້າວ ວັນນະນ້ອຍ ນິຍົມສິນ. ເຊິ່ງຕົວແທນໄວໜຸ່ມແຕ່ລະຄົນລ້ວນແລ້ວແຕ່ເປັນບຸກຄົນທີ່ເປັນແບບຢ່າງໃນທ້ອງຖິ່ນຂອງຕົນ ໂດຍນັກເວົ້າເອງໄດ້ມີປະສົບການດໍາເນີນໂຄງການເພື່ອປູກຈິດສໍານຶກກ່ຽວກັບບັນຫາທີ່ສໍາຄັນຕໍ່ຕົນເອງທີ່ເປັນໄວໜຸ່ມ ຫຼື ໄດ້ມີສ່ວນຮ່ວມຢ່າງໃນການວຽກງານເພື່ອປັບປຸງຊຸມຊົນຂອງຕົນ.

ທ່ານນາງ ປອ. ເພຍ, ເຣເບລໂລ ບຣີໂຕ  ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ ກ່າວວ່າ: “ຄໍາຄິດເຫັນ​ຊາວໜຸ່ມລາວ“ ເປັນເວທີໃຫ້ຊາວໜຸ່ມໄດ້ສະແດງອອກ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ​ໃນການສ້າງ​ໂລກຄືນໃໝ່​ຫຼັງການ​​ລະບາດຂອງພະຍາດ​ໃຫ້​ດີກ່ວາ, ຂຽວ​ສົດ​ໃສກວ່າ, ແບບຍືນ​ຍົງ​ກວ່າ. ງານ​ດັ່ງກ່າວມີຄວາມສຳຄັນເປັນພິເສດສຳລັບພວກເຮົາ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ອົງການ UNICEF ໄດ້ສະເຫຼີມສະຫຼອງວັນຄົບ ຮອບ 75 ປີຂອງຕົນ, ​ຊຶ່ງ​ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນຍາວນານເປັນເວລາຫຼາຍທົດສະວັດ​​ຂອງພວກເຮົາໃນການສົ່ງເສີມສຽງຂອງເດັກ​ໃນທົ່ວໂລກ, ລວມທັງໃນ ສປປ ລາວອີກດ້ວຍ.”​ ​  

ງານດັ່ງກ່າວໄດ້ຈັດຂື້ນທີ່ສູນກາງຊາວໜຸ່ມລາວ​ເປັນງານແບບປະສົມ ໂດຍມີບຸກຄະລາກອນຫຼັກ​ເຂົ້າຮ່ວມດ້ວຍຕົວເອງ​, ສ່ວນ​ຜູ້ຊົມສ່ວນໃຫຍ່ເຂົ້າຮ່ວມຊົມການຖ່າຍທອດສົດຜ່ານຊ່ອງທາງ​ອອນໄລນ໌​ ແລະ ສື່ສັງຄົມ.

ທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: “ຍ້ອນການ​ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ເດັກນ້ອຍ ແລະ ໄວໜຸ່ມໃນ ສປປ ລາວ ພວມ​ປະເຊີນກັບວິກິດການຂະໜາດໃຫ່ຍທີ່ບໍ່ເຄີຍມີມາກ່ອນ. ​ ໃນຂະນະທີ່ພວກເຮົາພວມສ້າງໂລກຄືນໃໝ່ຫຼັງການ​ລະບາດຂອງພະຍາດໂຄວິດ-19, ຊາວໜຸ່ມ​ຕ້ອງການເວທີເພື່ອສະແດງຄວາມຄິດເຫັນຂອງຕົນ​ກ່ຽວກັບບັນຫາທີ່ມີຄວາມສໍາຄັນຕໍ່​ພວກເຂົາເອງ ແລະ ມີສ່ວນຮ່ວມໃນຂະບວນການເພື່ອຈິນຕະນາການຄືນໃໝ່ເຖິງ​ອະນາຄົດທີ່ດີກວ່າ. ສະນັ້ນ, “ຄຳຄິດເຫັນຂອງຊາວໜຸ່ມ​ລາວ” ຈິ່ງເປັນ​ບັນຫາສຳຄັນ, ນຳມາຄົ້ນຄ້ວາໃຫ້ຊັດເຈນ.​”

ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼ​ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ​ກ່າວ​ວ່າ: “ໃນເກືອບ 2 ທົດສະວັດຂອງການຮ່ວມມືລະຫວ່າງ MICT ແລະ ອົງການ UNICEF, ພວກເຮົາໄດ້ເຫັນແລ້ວວ່າສື່ມວນຊົນມີບົດບາດອັນມີພະລັງທີ່ສຸດໃນ​ການເປັນກະບອກ​ສຽງຂອງຊາວໜຸ່ມລາວ ແລະ  ການໂຄສະນາສົ່ງເສີມສະຫັວດດີພາບ​ຂອງພວກເຂົາ. ​ດຽວນີ້, ດ້ວຍ “ຄຳຄິດເຫັນຂອງຊາວໜຸ່ມ​ລາວ”, ຊາວໜຸ່ມມີເວທີຫຼາກຫຼາຍເພື່ອສືບຕໍ່ເປັ​ນກະບອກ​ສຽງຂອງຕົນ​​ໃນຊ່ວງ​ການ​ລະບາດຂອງພະຍາດ. ພວກ​ເຮົາຈໍາເປັນ​ຕ້ອງ​ສ້າງໂອກາດໃຫ້ແກ່​ເດັກ​ ​ແລະ ຊາວ​ໜຸ່ມໄດ້​ເຂົ້າ​ຮ່ວມ​ໃນ​ການ​ພັດທະນາ​ປະ​ເທດຊາດໃນຖານະ​ເປັນ​ພົນລະ​ເມືອງ​ທີ່ຫ້າວຫັນ​.”

ທ່ານ ຮສ. ປອ. ອຸດົມ ພອນຄໍາແພງ​, ຮັກສາການອະທິການບໍດີ ​  NUOL  ​ກ່າວ​ວ່າ: “ມີຄວາມສຳຄັນຫຼາຍທີ່ຄົນຮຸ່ນອາວຸໂສ​ກວ່າໄດ້ມີສ່ວນຮ່ວມ ແລະ ໄດ້ຍິນສຽງຈາກຄົນຮຸ່ນໜຸ່ມກ່ວາໃນເລື່ອງທີ່ສຳຄັນທີ່ສຸດຕໍ່​ພວກເຂົາ​ໃນຊ່ວງ​ທີ່ທ້າທາຍນີ້ ແລະ ຊາວໜຸ່ມລາວກໍມີວິທີການແລກປ່ຽນທັດສະນະ ແລະ ວິໄສທັດຂອງຕົນສໍາລັບ​ອະນາຄົດທີ່ພວກເຂົາ​ຕ້ອງການ.​  NUOL ພູມໃຈທີ່ໄດ້ມີບົດບາດໃນການສະໜັບສະໜູນຊາວໜຸ່ມໃນລາວ ໂດຍຜ່ານ “ຂະບວນການຄົ້ນຄິດຂອງຊາວໜຸ່ມ​ລາວ”. ພວກເຮົາຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ປະກອບສ່ວນເຂົ້າໃນການສ້າງ​​ເວທີສົນທະນາແລກປ່ຽນບົດຮຽນສໍາລັບໄວໜຸ່ມ​ ແລະ ຫວັງວ່າແນວຄວາມຄິດ ແລະ ທັດສະນະຂອງພວກເຂົາ​ຈະຖືກ​​ຮັບຟັງ ແລະ ໄດ້ຮັບການ​ພິຈາລະນາ.​" 

ທ່ານ ບີຈູ ອັບຣາຮາມ, ຫົວໜ້າອົງການຊາຍຟັນ ປະຈໍາ ສປປ ລາວ ChildFund ປະຈໍາ ສປປ ລາວ ກ່າວວ່າ:  “ໂດຍສະເພາະໃນປະຈຸບັນນີ້ແລ້ວ​, “ຄຳຄິດເຫັນຂອງ​ຊາວໜຸ່ມ​ລາວ” ມີຄວາມພົ້ນເດັ່ນ​ທີ່ສຸດ​ຍ້ອນການລະບາດຂອງພະຍາດໂຄວິດ-19. ເປັນທີ່ຊັດເຈນວ່າເດັກ​ແມ່ນໜຶ່ງໃນບັນດາຜູ້ໄດ້ຮັບ​ຜົນກະທົບຫຼາຍທີ່ສຸດ​ຈາກການ​ລະບາດຂອງພະຍາດ, ນັບຕັ້ງແຕ່ການຂາດປະສົບການການຮຽນຮູ້ ໃນໂຮງຮຽນຊຶ່ງມີຄວາມ​ສຳຄັນຕໍ່​ພັດທະນາການຂອງພວກເຂົາຈົນເຖິງການເຂົ້າເຖິງການບໍລິການສາທາລະນະສຸກ​ທີ່ສຳຄັນຂອງພວກເຂົາກໍຖືກ​ລົບກວນ. ​​​ດັ່ງນັ້ນ,  ເປັນສິ່ງສໍາຄັນທີ່ພວກເຮົາຕ້ອງໄດ້ຍິນສຽງ ແລະ ການມີຄໍາຄິດເຫັນຈາກຊາວໜຸ່ມ​ ແລະ ເດັກ​ເພື່ອຮັບປະກັນວ່າຄວາມພະຍາຍາມຂອງພວກເຮົາໃນການຟື້ນຟູຫຼັງຈາກການ​ລະບາດຂອງພະຍາດແມ່ນລວມເອົາທຸກຄົນ​."

 

ທ່ານເບັນຈາມິນ ໂຊ ຈາກອົງການ Global Shapers ກ່າວວ່າ: “ນີ້ເປັນ​ງານ​ທຳອິດໃນລັກສະນະນີ້ທີ່ໄດ້ຈັດຂຶ້ນໃນ​ສປປ ລາວ. ​ ພວກເຮົາຫວັງວ່າການໂອ້ລົມດັ່ງກ່າວຈະຊ່ວຍສ່ອງແສງໃຫ້ເຫັນເຖິງຜົນກະທົບຂອງການ​ລະບາດຂອງພະຍາດໂຄວິດ-19 ຕໍ່ເດັກທີ່ມີຄວາມສ່ຽງທີ່ສຸດໃນປະເທດ ແລະ ເປັນ​ແຮງບັນດານໃຈໃຫ້ມີການສົນທະນາໃນຫົວຂໍ້ນີ້ໃນວົງ​ກວ້າງກ່ວາ​.”

 

ບັນດາຄູ່ຮ່ວມງານທີ່ຢູ່ເບື້ອງຫຼັງຂອງງານ​ນີ້ຮັບຮູ້ເຖິງຄວາມສໍາຄັນຂອງເຂົ້າຮ່ວມ​ ແລະ ການມີສ່ວນຮ່ວມຂອງຊາວ​ໜຸ່ມ​ ແລະ ເດັກໃນຖານະ​ເປັນຕົວແທນຂອງການປ່ຽນແປງ. ​“ທັດສະນະຊາວໜຸ່ມ​ລາວ” ເປັນຂີດໝາຍ​ສຳຄັນໃນການພັດທະນາ ແລະ ສົ່ງເສີມເວທີສົນທະນາທີ່ຊາວໜຸ່ມໃນ ສປປ ລາວ ສາມາດເຂົ້າຮ່ວມການສົນທະນາຢ່າງຈິງຈັງເພື່ອແນໃສ່ສ້າງ ສປປ ລາວ ໃຫ້ເປັນບ່ອນທີ່ບໍ່ມີເດັກ ຫຼືຊາວໜຸ່ມຖືກປ່ອຍປະໄວ້ຢູ່ເບື້ອງຫຼັງ​.

Lao Youth Talks

--- ຈົບ ---

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບເຮັດວຽກໃນບາງບ່ອນ​ທີ່ຫຸ້ຽງ​ຍາກ​ທີ່ສຸດໃນໂລກເພື່ອເຂົ້າເຖິງເດັກ​ດ້ອຍໂອກາດທີ່ສຸດໃນໂລກ. ໃນທົ່ວ 190 ປະ ເທດ ແລະ ເຂດແຄ້ວນ​​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກ່ວາສໍາລັບທຸກຄົນ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິ ເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ໃນສປປລາວ ຈົ່ງ​ເຂົ້າເບິ່ງ: http://www.unicef.org/laos

ຈົ່ງຕິດຕາມພວກເຮົາໃນ: Facebook, Twitter, YouTube and at www.unicef.org         

ສໍາລັບຂໍ້ມູນເພີ່ມເຕີມ ຈົ່ງ​ຕິດຕໍ່:

ທ່ານນາງ ມາເຣຍ ເຟີນານເດສ ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື, ອົງການຢູນິເຊັບປະຈໍາ​ ສປປ ລາວ 

ໂທ: ​(+856) 20 55519681, ອີເມລ: mfernandez@unicef.org

ທ່ານ ຕະບອງເພັດ ພຸດທະວົງ, ຜູ້ຊ່ຽວຊານດ້ານການສື່ສານ, ອົງການຢູນີເຊັບ ປະຈຳ ສປປລາວ, ໂທ: (+856) 20 96888890,

ອີເມລ: tphouthavong@unicef.org

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ມາເຣຍ ເຟີນານເດສ
ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື
ອົງການຢູນິເຊັບ
ອີເມວ: snazer@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

About UNICEF

UNICEF works in some of the world’s toughest places, to reach the world’s most disadvantaged children. Across 190 countries and territories, we work for every child, everywhere, to build a better world for everyone. 

For more information about UNICEF and its work for children, visit www.unicef.org.

Follow UNICEF on Twitter and Facebook