ວັກຊີນກັນພະຍາດໂຄວິດ-19 Pfizer ທີ່ໄດ້ຮັບການຊ່ວຍເຫຼືອຈາກລັກຖະບານສະຫະລັດອາເມລິກາ ຈໍານວນ 899,730 ໂດສ ໄດ້ມາຮອດ ສປປ ລາວ ແລ້ວ.
ການຈັດສັນວັກຊີນກັນພະຍາດໂຄວິດ-19 ຄັ້ງນີ້ ເປັນຊຸດທີ່ສອງໃນຈຳນວນທັງໝົດສອງຊຸດຂອງການຂົນສົ່ງ ຊຶ່ງປະກອບມີທັງໝົດປະມານ 1.7 ລ້ານໂດສ ຈາກ ລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ຜ່ານໂຄງການ COVAX Facility.
- ສາມາດມີໃນ:
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ 2022 –ໃນມື້ນີ້, ສປປ ລາວ ໄດ້ຮັບວັກຊີນ Pfizer BioNTech COVID-19 ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານໂຄງການ COVAX Facility, ໂຄງການCOVAX ແມ່ນການຮ່ວມມືກັນລະຫວ່າງ ອົງການທີ່ເປັນພັນທະມິດດ້ານວັກຊີນ ກໍຄື ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.
ການຂົນສົ່ງຄັ້ງນີ້ປະກອບດ້ວຍວັກຊີນ Pfizer BioNTech ຈຳນວນ 899,730 ໂດສ ຊຶ່ງເປັນຄັ້ງທີ 2 ໃນຈຳນວນການຊ່ວຍເຫຼືອທັງໝົດສອງຄັ້ງຈາກລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ໃນເດືອນນີ້. ການຂົນສົ່ງຄັ້ງທຳອິດມີຈຳນວນ 799,110 ໂດສ ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022. ລວມຍອດການຈັດສົ່ງທັງໝົດໃນປີນີ້ແມ່ນ 1,698,840 ໂດສ.
ພະນະທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບ ວັກຊິນ ດັ່ງກ່າວ ທີ່ສະໜາມບິນສາກົນວັດໄຕ ຮ່ວມກັບ ທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ໄມໂຄ ຮອນນີ້ງ (Mr. Michael Ronning), ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ທ່ານນາງ ບີອາເຕ້ ດັສເທວ (Ms. Beate Dastel), ຮັກສາການຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ແລະ ທ່ານ ດຣ. ຢູ ລີ ປາກ (Dr. Yu Lee Park), ຮັກສາການຫ້ອງການ ອົງການອະນາໄມໂລກ ປະຈຳ ສປປ ລາວ.
ພິທີມອບ-ຮັບ ການຊ່ວຍເຫຼືອວັກຊີນ Pfizer BioNTech ຂອງທັງສອງຄັ້ງຢ່າງເປັນທາງການລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານສະຫະລັດອາເມລິກາ ຈະໄດ້ຂື້ນໃນວັນທີ 26 ມັງກອນ 2022 ທີ່ກະຊວງສາທາລະນະສຸກ.
ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສືບເນື່ອງມາຈາກການຊ່ວຍເຫຼືອວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ ທີ່ ລັດຖະບານສະຫະລັດອາເມລິກາໄດ້ມອບໃຫ້ແກ່ ສປປ ລາວ ໃນເດືອນກໍລະກົດ 2021 ທີ່ຜ່ານມາ ຊຶ່ງຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນທີ່ອາໃສຢູ່ໃນ ສປປ ລາວ ໃນຂະນະທີ່ປ້ອງກັນບໍ່ໃຫ້ເຊື້ອພະຍາດສາຍພັນໃໝ່ທີ່ເປັນອັນຕະລາຍແຜ່ລາມ. ວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ແມ່ນຈະສຸມໃສ່ສະໜອງໃຫ້ແກ່ກຸ່ມທີ່ເປັນບູລິມະສິດ ອີງຕາມແຜນແຫ່ງຊາດສໍາລັບການສັກວັກຊີນກັນພະຍາດໂຄວິດ-19. ກຸ່ມບູລິມະສິດລວມມີໄວໜຸ່ມອາຍຸ 12 ຫາ 17 ປີ, ແລະ ກຸ່ມບູລິມະສິດອື່ນໆ ກໍຄື ຜູ້ທີ່ມີ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາຕົວ, ແລະ ແມ່ຍິງຖືພາ. ວັກຊີນ Pfizer BioNTech ໄດ້ຖືກທົບທວນດ້ານຄວາມປອດໄພ ແລະ ປະສິດທິພາບໂດຍອົງການອະນາໄມໂລກ ແລະ ຖືເປັນວັກຊີນ COVID-19 ຊະນິດທໍາອິດ ທີ່ ອົງການອະນາໄມໂລກ ແນະນໍາສໍາລັບການນໍາໃຊ້ໃນບຸກຄົນທີ່ມີອາຍຸ 12 ປີຂຶ້ນໄປ.
ການປະກອບສ່ວນຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ ຈະຊ່ວຍສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໄປສູ່ເປົ້າໝາຍການສັກວັກຊີນໃຫ້ໄດ້ 80 ເປີເຊັນຂອງປະຊາກອນພາຍໃນທ້າຍປີ 2022, ແລະ ຈະປະກອບສ່ວນເຂົ້າໃນພາລະກິດຂອງໂຄງການ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊີນ COVID-19 ໃນທົ່ວໂລກຢ່າງເທົ່າທຽມກັນ ລະຫວ່າງທີ່ມີການລະບາດຂອງພະຍາດ. ນອກຈາກນັ້ນ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID), ອົງການຢູນິເຊັບ, ແລະ ອົງການອະນາໄມໂລກ ຍັງໄດ້ຮ່ວມກັນໃຫ້ການສະໜັບສະໜູນ ສປປ ລາວ ສ້າງຂີດຄວາມສາມາດໃນການສະໜອງວັກຊີນເຫຼົ່ານີ້ຢ່າງປອດໄພ ແລະ ມີປະສິດທິຜົນ. ຈົນເຖິງປະຈຸບັນ, ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ລວມເປັນມູນຄ່າກວ່າ $13 ລ້ານໂດລາສະຫະລັດ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດ ໃນການຂະຫຍາຍການກວດຊອກຫາເຊື້ອພະຍາດໂຄວິດ-19, ເບິ່ງແຍງຄວາມປອດໄພໃຫ້ແກ່ບຸກຄະລາກອນທາງການແພດໃຫ້ນໍາໃຊ້ອຸປະ
ກອນປ້ອງກັນໂຕເອງ ແລະ ເພີ່ມທະວີການເຝົ້າລະວັງພະຍາດ.
--ຈົບ--
ຂໍ້ມູນສໍາລັບຕິດຕໍ່
ກະຊວງສາທາລະນະສຸກ
ທ່ານ. ວິສິດ ຄໍາລືຊາ, ຫົວໜ້າສູນຂ່າວສານການແພດ ແລະ ສຸຂະສຶກສາ, +856 20 2250 2862, vkhamlusa@yahoo.com
ສໍານັກງານຂ່າວສາກົນຂອງອົງການ CEPI
ໂທ: +44 7387 055214
ອີເມລ: press@cepi.net
ອົງການກາວີ ສາກົນ
Meghana Sharafudeen msharafudeen@gavi.org
Iryna Mazur imazur@gavi.org
Evan O'Connell econnell@gavi.org
Laura Shevlin lshevlin@gavi.org
ອົງການຢູນິເຊັບ ປະຈໍາ ສປປ ລາວ
Maria Fernandez, ຫົວໜ້າຝ່າຍສື່ສານ, ອົງການຢູນິເຊັບ ປະຈໍາ ສປປ ລາວ, +856 20 5551 9681, mfernandez@unicef.org
ອົງການອະນາໄມໂລກ ປະຈໍາ ສປປ ລາວ
Irene Tan, ທີ່ປຶກສານດ້ານການສື່ສານ, ອົງການອະນາໄມໂລກ, +856 20 55567028, tanir@who.int
ອົງການອະນາໄມໂລກ ສາກົນ +41 22 791 2222 mediainquiries@who.int
ສະຖານທູດສະຫະລັດອາເມລິກາ ທີ່ ນະຄອນຫຼວງ
ທ່ານ ອາທິດ ຈັນທະລາດ, ຊ່ຽວຊານຝ່າຍສື່ສານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ, +856 20 55552833, AChanthalath@usaid.gov
ບົດຄວາມຈາກບັນນາທິການ
ສາມາດເບິ່ງລາຍຊື່ຂອງຜູ້ຮ່ວມທຶນໃນ COVAX Facility ໄດ້ຢູ່ ທີ່ນີ້.
ໜ່ວຍງານຕິດຕາມການສະຫນອງທຶນໂຕ້ຕອບສໍາລັບການເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນພະຍາດໂຄວິດ-19 ຢ່າງເທົ່າທຽມກັນ, ເຊິ່ງປະກອບມີລາຍລະອຽດຂອງຜູ້ສະຫນອງທຶນໃຫ້ແກ່ COVAX Facility, ສາມາດພົບໄດ້ຢູ່ ທີ່ນີ້.
ກ່ຽວກັບ ສະຫະລັດອາເມລິກາ
ລັດຖະບານສະຫະລັດອາເມລິກາ ເປັນຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດໃຫ້ແກ່ COVAX Facility. ສະຫະລັດອາເມລິກາ ເປັນໜຶ່ງໃນບັນດາປະເທດຕົ້ນໆ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19. ມາຮອດປະຈຸບັນ, ສະຫະລັດອາເມລິກາ, ຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ແລະ ສູນຄວບຄຸມພະຍາດຂອງອາເມລິກາ (CDC) ໄດ້ປະກອບສ່ວນເປັນມູນຄ່າກວ່າ 13 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອ ສປປ ລາວ ໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການສະໜອງເຄື່ອງມືທາງການແພດ ແລະ ອຸປະກອນນໍາໃຊ້ໃນຫ້ອງທົດລອງທີ່ຈຳເປັນຈໍານວນຫຼາຍ, ໃຫ້ການຝຶກອົບຮົມແກ່ພະນັກງານສາທາລະນະສຸກກວ່າຫຼາຍພັນຄົນ, ແລະ ຄວາມພະຍາຍາມໃນການສັກຢາວັກຊີນ. ສະຫະລັດອາເມລິກາ ຍັງເປັນຜູ້ປະກອບສ່ວນທີ່ໃຫຍ່ທີ່ສຸດໃຫ້ແກ່ ອົງການ Gavi ຊຶ່ງເປັນພັນທະມິດດ້ານວັກຊີນ.
ນອກຈາກການຊ່ວຍເຫຼືອສຸກເສີນເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ແລ້ວ, ສະຫະລັດອາເມລິກາ ຍັງໄດ້ຮ່ວມມືຢ່າງໃກ້ຊິດກັບລັດຖະບານ ແລະ ປະຊາຊົນຂອງ ສປປ ລາວ ໃນຫຼາຍໂຄງການເພື່ອປັບປຸງຜົນໄດ້ຮັບດ້ານສາທາລະນະສຸກໃນປະເທດໃນຕະຫຼອດໄລຍະ 20 ປີຜ່ານມາ ລວມມີ ແຜນງານໄລຍະຍາວເພື່ອປັບປຸງໂພຊະນາການໂດຍຜ່ານໂຄງການອາຫານໃນໂຮງຮຽນ, ໂຄງການເພື່ອແກ້ໄຂສຸຂະພາບແມ່ແລະເດັກ, ການຊ່ວຍເຫຼືອຄົນພິການ ແລະ ຄວາມພະຍາຍາມເພື່ອແກ້ໄຂ ແລະ ປ້ອງກັນພະຍາດຕິດຕໍ່. ສໍາລັບຂໍ້ມູນເພີ່ມເຕີມ, ສາມາດເຂົ້າເບິ່ງໄດ້ທີ່ https://la.usembassy.gov/, ແລະ ຕິດຕາມເຟສບຸກ ສະຖານທູດສະຫະລັດອາເມລິກາຢູ່ວຽງຈັນ.
ກ່ຽວກັບ COVAX
COVAX Facility ແມ່ນເສົາຄໍ້າຫຼັກດ້ານວັກຊີນຂອງການຮ່ວມມື ຊ່ວຍໃຫ້ບັນດາປະເທດ ເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນພະຍາດໂຄວິດ-19 ຢ່າງເທົ່າທຽມກັນ, ເປັນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ຊຶ່ງເປັນພັນທະມິດດ້ານວັກຊີນ ແລະ ອົງການອະນາໄມໂລກ, ແລະ ເຮັດວຽກຮ່ວມກັບ ຜູ້ຜະລິດວັກຊີນໃນປະເທດທີ່ພັດທະນາແລ້ວ ແລະ ກໍາລັງພັດທະນາ, ອົງການຢູນິເຊັບ, ທະນາຄານໂລກ, ແລະ ອື່ນໆ. COVAX Facility ເປັນໂຄງການລິເລີ່ມສາກົນດຽວ ທີ່ເຮັດວຽກກັບລັດຖະບານ ແລະ ຜູ້ຜະລິດວັກຊີນ ເພື່ອຮັບປະກັນການມີວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງພຽງພໍໃນທົ່ວໂລກ ລວມທັງປະເທດທີ່ມີລາຍໄດ້ສູງ ແລະ ປະເທດທີ່ມີລາຍໄດ້ຕໍ່າ.
ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແມ່ນສຸມໃສ່ ການເຮັດຄົ້ນຄວ້າ ແລະ ພັດທະນາວັກຊີນໃຫ້ແກ່ COVAX Facility : ມີການລົງທຶນໃຫ້ບັນດາສະຖາບັນ ແລະ ບໍລິສັດທີ່ມີຄວາມສາມາດໃນການຄົ້ນຄວ້າ ແລະ ພັດທະນາວັກຊີນປ້ອງກັນພະຍາໂຄວິດ-19, ໂດຍມີເປົ້າຫມາຍເພື່ອສະຫນັບສະຫນູນການພັດທະນາວັກຊີນສາມຢ່າງທີ່ປອດໄພ ແລະ ມີປະສິດທິພາບ ແລະ ສາມາດສະໜອງວັກຊີນເຫຼົ່ານີ້ໃຫ້ແກ່ປະເທດທີ່ເຂົ້າເປັນສະມາຊິກຂອງ COVAX Facility. ສ່ວນຫນຶ່ງຂອງໜ້າວຽກທີ່ຂອງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ ແມ່ນຮັບປະກັນໃຫ້ປະເທດສະມາຊິກມີທ່າແຮງໃນການເຂົ້້າເຖິງຫຼາຍກວ່າຫນຶ່ງຕື້ໂດສຂອງວັກຊີນປ້ອງກັນພະຍາດໂຄວິດ ຜ່ານ COVAX Facility , ແລະ ລົງທຶນໃສ່ການຜະລິດຢາວັກຊີນຢ່າງມີຍຸດທະສາດ, ເຊິ່ງສາມາດຄາດຄະເນຄວາມອາດສາມາດໃນການຜະລິດວັກຊີນຂອງໂຮງງານໃນເຄື່ອຂ່າຍຂອງຜູ້ຜະລິດ ສໍາລັບຄວາມຕ້ອງການຂອງ COVAX Facility ແລະ ການຮັບປະກັນການມີຫຼອດແກ້ວເພື່ອບັນຈຸຢາວັກຊີນຈໍານວນ 2 ຕື້ໂດສ. ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ ຍັງລົງທຶນໃສ່ກຸ່ມຜູ້ຜະລິດວັກຊີນ 'ລຸ້ນຕໍ່ໄປ', ເຊິ່ງຈະເພີ່ມທາງເລືອກໃຫ້ໂລກໃນການຄວບຄຸມພະຍາດໂຄວິດ-19 ໃນອະນາຄົດ.
ອົງການກາວີ (Gavi) ແມ່ນສຸມໃສ່ການຈັດຊື້ ແລະ ການຈັດສົ່ງວັກຊີນຂອງ COVAX Facility: ອົງການກາວີຮັບຜິດຊອບປະສານງານດ້ານການອອກແບບ, ການຈັດຕັ້ງປະຕິບັດ, ການບໍລິຫານ COVAX Facility ແລະ ການເຮັດສັນຍາກັບຜູ້ສະໜອງວັກຊີນຜ່ານ COVAX Facility . ພ້ອມທັງເຮັດວຽກຮ່ວມກັບພັນທະມິດ ເຊັ່ນ ອົງການຢູນິເຊັບ, ອົງການອະນາໄມໂລກ, ແລະ ລັດຖະບານ, ເພື່ອຮັບປະກັນຄວາມພ້ອມ ແລະ ການສັກຢາກັນພະຍາດໂຄວິດ-19 ໃນປະເທດສະມາຊິກ. COVAX Facility ຖືເປັນກົນໄກລວມສູນໃນການຈັດຊື້ວັກຊີນໂຄວິດ-19 ຂອງໂລກ ເຊິ່ງວ່າCOVAX Facility ຈະຮັບປະກັນການເຂົ້າເຖິງວັກຊີນຢ່າງຍຸດຕິທຳ ແລະ ເທົ່າທຽມກັນ ສຳລັບ 190 ປະເທດທີ່ມີຖານະທາງເສດຖະກິດແຕກຕ່າງກັນ, ໂດຍນຳໃຊ້ກອບການຈັດສັນ ແລະ ແບ່ງປັນວັກຊີນທີ່ສ້າງຂຶ້ນໂດຍ ອົງການອະນາໄມໂລກ. COVAX Facility ດໍາເນີນການຈັດຊື້ດ້ວຍການລວມເອົາກໍາລັງການຊື້ຈາກປະເທດສະມາຊິກ ແລະ ຮັບປະກັນຈໍານວນວັກຊີນແຈກຢາຍສໍາລັບແຕ່ລະປະເທດ ຕາມກໍາລັງການຜະລິດຂອງຜູ້ຜະລິດວັກຊີນ. ໜ່ວຍງານເຮັດສັນຍາກັບຜູ້ສະໜອງວັກຊີນຜ່ານ COVAX Facility ແມ່ນກົນໄກການສະຫນອງທຶນທີ່ຈະຊ່ວຍໃຫ້ 92 ປະເທດສະມາຊິກທີ່ມີລາຍໄດ້ຕ່ໍ່າ ແລະ ປານກາງ ສາມາດເຂົ້າເຖິງວັກຊີນທີ່ມີຄວາມປອດໄພ ແລະ ປະສິດທິພາບ. ອົງການກາວີ ກໍາລັງລະດົມທຶນສໍາລັບໜ່ວຍງານເຮັດສັນຍາກັບຜູ້ສະໜອງວັກຊີນ ຜ່ານ COVAX Facility ແລະ ສະຫນອງທຶນໃຫ້ອົງການຢູນິເຊັບ ເພື່ອຈັດຊື້ວັກຊີນ ແລະ ຊ່ວຍເຫຼືອລັດຖະບານກຽມພ້ອມ ແລະ ດໍາເນີນການສັກຢາກັນພະຍາດໂຄວິດ-19, ລວມທັງສະໜອງອຸປະກອນສໍາລັບລະບົບເຢັນ, ເຂັມສັກຢາ, ຍານພາຫະນະ, ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ດ້ານອື່ນໆ ກ່ຽວກັບ ການສັກຢາກັນພະຍາດໂຄວິດ-19 ທີ່ຂ້ອນຂ້າງມີຄວາມສະຫຼັບສັບຊ້ອນ. ອົງການຢູນິເຊັບ ແລະ ອົງການສຸຂະພາບຂອງອາເມລິກາ (PAHO) ຈະເຮັດຫນ້າທີ່ເປັນຜູ້ປະສານງານດ້ານການຈັດຊື້ສໍາລັບ COVAX Facility, ຊ່ວຍຈັດສົ່ງວັກຊີນໃຫ້ແກ່ປະເທດສະມາຊິກ ທີ່ຂຶ້ນກັບ ໜ່ວຍງານເຮັດສັນຍາກັບຜູ້ສະໜອງວັກຊີນຜ່ານCOVAX Facility ແລະ ອື່ນໆ.
ອົງການອະນາໄມໂລກ ມີບົດບາດຫຼາຍຢ່າງຢູ່ໃນ COVAX Facility : ອົງການອະນາໄມໂລກໃຫ້ຄໍາແນະນໍາທີ່ເປັນມາດຕະຖານກ່ຽວກັບນະໂຍບາຍວັກຊີນ, ລະບຽບການ, ຄວາມປອດໄພ, ການຄົ້ນຄວ້າ ແລະ ພັດທະນາ, ການຈັດສັນ ແລະ ແບ່ງປັນ, ແລະ ການກຽມພ້ອມ ແລະ ການສັກຢາກັນພະຍາດໃນປະເທດສະມາຊິກ. ກຸ່ມຜູ້ຊ່ຽວຊານທີ່ໃຫ້ຄໍາປຶກສາທາງດ້ານຍຸດທະສາດ (SAGE) ກ່ຽວກັບການສັກຢາກັນພະຍາດ ໄດ້ພັດທະນາຄໍາແນະນໍາກ່ຽວກັບນະໂຍບາຍການສັກຢາກັນພະຍາດຈາກປະສົບການຕົວຈິງ. ບັນຊີລາຍຊື່ຢານໍາໃຊ້ສຸກເສີນ (EUL)/ການກວດຄຸນນະພາບຢາກ່ອນອະນຸມັດນໍາໃຊ້ຂອງອົງການອະນາໄມໂລກ ຮັບປະກັນຄວາມເຂົ້າໃຈທີ່ສອດຄ່ອງກັນ ແລະ ອະນຸຍາດໃຫ້ນໍາໃຊ້ໄດ້ໃນທຸກໆປະເທດສະມາຊິກ. ອົງການອະນາໄມໂລກຊ່ວຍປະສານງານທົ່ວໂລກ ແລະ ຊ່ວຍປະເທດສະມາຊິກໃນການຕິດຕາມຄວາມປອດໄພຂອງວັກຊີນ. ອົງການອະນາໄມໂລກ ສ້າງຂໍ້ມູນກ່ຽວກັບປະຫວັດຂອງວັກຊີນໂຄວິດ-19 ແລະ ຊ່ວຍປະສານງານດ້ານວິຊາການ ກ່ຽວກັບ ການຄົ້ນຄວ້າ ແລະ ພັດທະນາ. ອົງການອະນາໄມໂລກ ແລະ ອົງການຢູນິເຊັບຮ່ວມກັນນໍາພາການສະໜັບສະໜູນໃນປະເທດຕ່າງໆ ເພື່ອການກະກຽມຮັບເອົາ ແລະ ຄຸ້ມຄອງວັກຊີນ. ທີມງານທີ່ຊ່ວຍດ້ານຄວາມພ້ອມ ແລະ ການສັກຢາກັນພະຍາດພາຍໃນປະເທດ (CRD) ປະກອບມີ ອົງການກາວີ ແລະ ຄູ່ຮ່ວມງານອື່ນໆ ທີ່ເຮັດວຽກຢູ່ໃນລະດັບໂລກ, ພາກພື້ນ, ແລະ ລະດັບປະເທດ ເພື່ອສະຫນອງເຄື່ອງມື, ການແນະນໍາ, ການຕິດຕາມ ແລະ ການຊ່ວຍເຫຼືອດ້ານວິຊາການພື້ນຖານ ສໍາລັບ ການວາງແຜນ ແລະ ການເປີດຕົວ ວັກຊີນກັນພະຍາດໂຄວິດ-19. ຄຽງຄູ່ກັບຄູ່ຮ່ວມງານໃນ COVAX Facility, ອົງການອະນາໄມໂລກ ຍັງກໍາລັງພັດທະນາວິທີການຊົດເຊີຍຄວາມເສຍຫາຍທີ່ເກີດຂຶ້ນກັບຜູ້ຮັບວັກຊີນໂຄວິດ-19 ເຊິ່ງເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາທີ່ຈະຊົດເຊີຍ ແລະ ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຈາກວັກຊີນທີ່ສະໜອງຜ່ານ COVAX Facility.
ອົງການຢູນິເຊັບ ກໍາລັງໃຊ້ປະສົບການຂອງຕົນໃນຖານະທີ່ເປັນຜູ້ຈັດຊື້ວັກຊີນລາຍໃຫຍ່ທີ່ສຸດໃນໂລກ ແລະ ເຮັດວຽກກັບຜູ້ຜະລິດວັກຊີນ ແລະ ຄູ່ຮ່ວມງານໃນການຈັດຊື້ວັກຊີນໂຄວິດ-19, ລວມທັງການຂົນສົ່ງທາງອາກາດ, ການຈັດສົ່ງຢາຮອດຈຸດບໍລິການ ແລະ ການເກັບຮັກສາວັກຊີນ. ອົງການຢູນິເຊັບ ເຄີຍໄດ້ຈັດຊື້ວັກຊີນຫຼາຍກວ່າ 2 ຕື້ໂດສ ຕໍ່ປີ ສໍາລັບການສັກຢາກັນພະຍາດຕາມປົກກະຕິ ແລະ ການຮັບມືກັບພະຍາດລະບາດໃນເກືອບ 100 ປະເທດ. ໂດຍການຮ່ວມມືກັບ ກອງທຶນໝູນວຽນຂອງອົງການສຸຂະພາບຂອງອາເມລິກາ, ອົງການຢູນິເຊັບກາຍເປັນຜູ້ນໍາໃນການຈັດຫາ ແລະ ສະ ໜອງວັກຊີນໂຄວິດ-19 ໂດຍຜ່ານ COVAX Facility. ນອກຈາກນັ້ນ, ອົງການຢູນິເຊັບ, ອົງການກາວີ ແລະ ອົງການອະນາໄມໂລກ ກໍາລັງເຮັດວຽກຮ່ວມກັບລັດຖະບານ ຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນວ່າປະເທດຕ່າງໆມີຄວາມພ້ອມທີ່ຈະຮັບຢາວັກຊີນ, ມີອຸປະກອນສໍາລັບລະບົບເຢັນທີ່ເຫມາະສົມ ແລະ ພະນັກງານສາທາລະນະສຸກທີ່ໄດ້ຮັບການຝຶກອົບຮົມເພື່ອຄຸ້ມຄອງ ແລະ ແຈກຢາຍວັກຊີນ. ອົງການຢູນິເຊັບ ຍັງມີບົດບາດເປັນຜູ້ນໍາໃນການສົ່ງເສີມຄວາມໄວ້ວາງໃຈຕໍ່ການສັກຢາວັກຊີນ, ຊ່ວຍສື່ສານເພື່ອສ້າງຄວາມເຊື່ອໝັ້ນຕໍ່ວັກຊີນ, ການຕິດຕາມ ແລະ ແກ້ໄຂຂໍ້ມູນຂ່າວສານກ່ຽວກັບວັກຊີນທີ່ບໍ່ຖືກຕ້ອງຢູ່ໃນທົ່ວໂລກ.
ກ່ຽວກັບອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI)
ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ ແມ່ນການຮ່ວມມືດ້ານນະວັດຕະກໍາລະຫວ່າງພາກລັດ, ເອກະຊົນ, ອົງກອນການກຸສົນ ແລະ ອົງການຈັດຕັ້ງທາງສັງຄົມ, ເຊິ່ງໄດ້ເປີດຕົວຢູ່ເມືອງດາໂວ,ປະເທດສະວິດເຊີແລນ ໃນປີ 2017, ເພື່ອພັດທະນາວັກຊີນສໍາລັບຢຸດຕິພະຍາດລະບາດໃນອະນາຄົດ. ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ ໄດ້ເຮັດວຽກຢ່າງຮີບດ່ວນ ແລະ ປະສານສົມທົບກັບອົງການອະນາໄມໂລກ ເພື່ອຕອບໂຕ້ການລະບາດຂອງພະຍາດໂຄວິດ-19. ອົງການ CEPI ໄດ້ລິເລີ່ມພັດທະນາວັກຊີນຕ້ານຈຸລະໂລກສາຍພັນໃຫມ່ຮ່ວມກັບ 11 ຄູ່ຮ່ວມງານ. ອົງການ CEPI ສະໜັບສະໜູນແຜນງງານການຕອບໂຕ້ທີ່ນໍາໃຊ້ວິທີການຕອບໂຕ້ທີ່ມີຢູ່ ແລະ ຂະຫຍາຍການຮ່ວມມືກັບຄູ່ຮ່ວມງານໃຫມ່.
ກ່ອນທີ່ຈະເກີດມີພະຍາດໂຄວິດ-19, ພະຍາດບູລິມະສິດທີ່ອົງການ CEPI ເອົາໃຈໃສ່ແມ່ນເຊື້ອໄວຣັສອີໂບລາ, ໄວຣັສ Lassa ທີ່ໜູເປັນພາຫະ, ໄວຣັສໂຄໂຣນາທີ່ພາໃຫ້ເປັນພະຍາດທາງລະບົບຫາຍໃຈໃນຕາເວັນອອກກາງ, ໄວຣັສ Nipah ທີ່ມາຈາກໂຕເຈຍ, ໄຂ້ເລືອດດໍາ ແລະ ເຊື້ອໄວຣັສ Chikungunya ທີ່ຍຸງເປັນພາຫະ. ອົງການ CEPI ຍັງໄດ້ລົງທຶນໃສ່ເຕັກໂນໂລຊີທີ່ສາມາດນໍາໃຊ້ໃນການສັກຢາປ້ອງກັນຢ່າງຮີບດ່ວນ ແລະ ຊ່ວຍສ້າງພູມຕ້ານທານຕໍ່ເຊື້ອພະຍາດທີ່ບໍ່ຮູ້ຈັກ (ພະຍາດ X).
ກ່ຽວກັບອົງການກາວີ (Gavi)
ອົງການກາວີ ຊຶ່ງເປັນພັນທະມິດດ້ານວັກຊີນ ທີ່ມີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ເພື່ອຊ່ວຍສັກຢາວັກຊີນໃຫ້ເດັກນ້ອຍເຄິ່ງໜຶ່ງຂອງໂລກ ເພື່ອຕ້ານກັບບາງພະຍາດທີ່ຮ້າຍແຮງທີ່ສຸດໃນໂລກ. ນັບຕັ້ງແຕ່ປີ 2000 ທີ່ອົງການກາວີໄດ້ຖືກສ້າງຕັ້ງຂຶ້ນ, ອົງການນີ້ໄດ້ຊ່ວຍສ້າງພູມຕ້ານທານໃຫ້ຫຼາຍກວ່າ 822 ລ້ານຄົນ ແລະ ຊ່ວຍປ້ອງກັນບໍ່ໃຫ້ຄົນເສຍຊີວິດຫຼາຍກວ່າ 14 ລ້ານຄົນ, ຊ່ວຍຫລຸດຜ່ອນການຕາຍຂອງເດັກນ້ອຍໃນ 73 ປະເທດທີ່ກໍາລັງພັດທະນາ. ອົງການກາວີ ຍັງມີບົດບາດສໍາຄັນໃນການປ້ອງກັນພະຍາດລະບາດໃນທົ່ວໂລກ ໂດຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ລົງທຶນສ້າງສາງເກັບຮັກສາວັກຊີນເພື່ອຕ້ານການລະບາດຂອງພະຍາດອີໂບລາ, ອະຫິວາ, ເຍື່ອຫຸ້ມສະຫມອງອັກເສບ ແລະ ໄຂ້ເຫຼືອງ ໃນທົ່ວໂລກ. ອົງການກາວີ ມີຄວາມກ້າວໜ້າຫຼາຍໃນສອງທົດສະວັດທີ່ຜ່ານມາ, ປະຈຸບັນ ອົງການກາວີ ແມ່ນສຸມໃສ່ການປົກປ້ອງຄົນລຸ້ນຕໍ່ໄປ ແລະ ພະຍາຍາມເຂົ້າເຖິງເດັກນ້ອຍທີ່ຍັງບໍ່ໄດ້ຮັບການສັກຢາກັນພະຍາດ ແລະ ຖືກປະຖິ້ມໄວ້ທາງຫຼັງ, ນໍາໃຊ້ວິທີການທີ່ສ້າງສັນເພື່ອສະໜອງທຶນ ແລະ ເຕັກໂນໂລຊີໃໝ່ໆ ເຊັ່ນປ່ຽນຈາກການໃຊ້ເຮືອບິນສໍາຫຼວດຫາກຸ່ມເປົ້າໝາຍມາເປັນການນໍາໃຊ້ເອກະລັກບຸຄົນເພື່ອຊອກຮູ້ວ່າກຸ່ມເປົ້າໝາຍຢູ່ໃສເພື່ອຊ່ວຍຊີວິດຫຼາຍລ້ານຄົນ, ປ້ອງກັນການລະບາດກ່ອນທີ່ມັນຈະແຜ່ລາມໄປ ແລະ ຊ່ວຍເຫຼືອແຕ່ລະປະເທດໃຫ້ກຸ້ມຕົນເອງ. ສາມາດຮຽນຮູ້ເພີ່ມຕື່ມໄດ້ທີ່ www.gavi.org ແລະ ຕິດຕາມຂໍ້ມູນຈາກອົງການກາວີໄດ້ທີ່ Facebook ແລະTwitter.
ພັນທະມິດດ້ານວັກຊີນ ລວມມີ ປະເທດທີ່ກໍາລັງພັດທະນາ ແລະ ຜູ້ໃຫ້ທຶນ, ອົງການອະນາໄມໂລກ, ອົງການຢູນິເຊັບ, ທະນາຄານໂລກ, ອຸດສາຫະກໍາຜະລິດຢາວັກຊີນ, ອົງການທີ່ໃຫ້ການຊ່ວຍເຫຼືອກດ້ານວິຊາການ, ອົງການຈັດຕັ້ງທາງສັງຄົມ, ມູນລະນິທິ ບິລ ແລະ ເມລິນດາ ເກດ ແລະ ຄູ່ຮ່ວມງານພາກເອກະຊົນອື່ນໆ. ສາມາດເຂົ້າເບິ່ງບັນຊີລາຍຊື່ເຕັມຂອງຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງຫຼັກໆ ທີ່ສະຫນອງທຶນໃຫ້ແກ່ການເຮັດວຽກຂອງອົງການກາວີໄດ້ຢູ່ ທີ່ນີ້.
ກ່ຽວກັບ ອົງການອະນາໄມໂລກ (WHO)
ອົງການອະນາໄມໂລກ ເປັນອົງການໜຶ່ງໃນເຄືອຂ່າຍຂອງອົງການສະຫະປະຊາຊາດ ທີ່ໃຫ້ການນຳພາດ້ານສາທາລະນະສຸກໃນທົ່ວໂລກ. ສ້າງຕັ້ງຂຶ້ນໃນປີ 1948, ອົງການອະນາໄມໂລກ ເຮັດວຽກຮ່ວມກັບ 194 ປະເທດສະມາຊິກໃນທົ່ວ 6 ທະວີບ ແລະ ມີຫຼາຍກວ່າ 150 ຫ້ອງການປະຈໍາປະເທດ, ເພື່ອສົ່ງເສີມສຸຂະພາບ, ເຮັດໃຫ້ໂລກປອດໄພຈາກພະຍາດ ແລະ ຮັບໃຊ້ຜູ້ທີ່ມີຄວາມສ່ຽງສູງ. ເປົ້າໝາຍຂອງອົງການອະນາໄມໂລກໃນປີ 2019-2023 ແມ່ນເພື່ອຮັບປະກັນໃຫ້ປະຊາຊົນຫຼາຍພັນລ້ານຄົນໄດ້ຮັບການປົກຄຸມດ້ານສຸຂະພາບທຸກຖ້ວນໜ້າ, ປົກປ້ອງປະຊາຊົນອີກໜຶ່ງຕື້ຄົນຈາກພາວະສຸກເສີນດ້ານສາທາລະນະສຸກ ແລະ ໃຫ້ອີກຫຼາຍຕື້ຄົນມີສຸຂະພາບ ແລະ ສະຫວັດດີພາບທີ່ດີຂຶ້ນ. ສໍາລັບຂໍ້ມູນອັບເດດກ່ຽວກັບ ພະຍາດໂຄວິດ-19 ແລະ ຄໍາແນະນຳດ້ານສາທາລະນະສຸກ ເພື່ອປ້ອງກັນຕົນເອງຈາກຈຸລະໂລກສາຍພັນໃໝ່, ກະລຸນາເຂົ້າໄປທີ່ www.who.int ແລະ ຕິດຕາມຂໍ້ມູນຂ່າວສານຂອງອົງການອະນາໄມໂລກໄດ້ຜ່ານທາງ Twitter, Facebook, Instagram, LinkedIn, TikTok, Pinterest, Snapchat, YouTube
ກ່ຽວກັບອົງການຢູນິເຊັບ (UNICEF)
ອົງການຢູນິເຊັບ ເຮັດວຽກໃນບາງສະຖານທີ່ ທີ່ຍາກທີ່ສຸດໃນໂລກ, ເພື່ອເຂົ້າເຖິງເດັກນ້ອຍທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດພື້ນທີ່ປົກຄອງພິເສດ, ພວກເຮົາເຮັດວຽກເພື່ອເດັກນ້ອຍທຸກໆຄົນ, ຢູ່ໃນທຸກແຫ່ງຫົນ, ເພື່ອສ້າງໂລກທີ່ດີຂື້ນໃຫ້ແກ່ເດັກທຸກຄົນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານທີ່ເຮົາເຮັດເພຶ່ອເດັກນ້ອຍ, ສາມາດເຂົ້າເບິ່ງເວັບໄຊ www.unicef.org.
ສາມາດຕິດຕາມຂ່າວສານຂອງ ອົງການຢູນິເຊັບ ໄດ້ຜ່ານທາງ Twitter ແລະ Facebook
ກ່ຽວກັບ ໜ່ວຍງານສໍາລັບການເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນປົວພະຍາດໂຄວິດ-19
ໜ່ວຍງານສໍາລັບການເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນປົວພະຍາດໂຄວິດ-19 ແມ່ນການຮ່ວມມືທົ່ວໂລກແບບໃໝ່ເພື່ອເລັ່ງໃສ່ການພັດທະນາ, ການຜະລິດ, ແລະ ການເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນປົວພະຍາດໂຄວິດ-19. ມັນໄດ້ຖືກສ້າງຕັ້ງຂຶ້ນເພື່ອຕອບສະໜອງການຮຽກຮ້ອງຈາກຜູ້ນໍາໃນກຸ່ມປະເທດ G20 ໃນເດືອນມີນາ 2020 ແລະ ເປີດໂຕຂຶ້ນໂດຍ ອົງການອະນາໄມໂລກ, ສະຫະພາບເອີຣົບ, ລັດຖະບານຝຣັ່ງ ແລະ ມູນນິທິ ບິລ ແລະ ເມລິນດາ ເກດ ໃນເດືອນເມສາ 2020.
ໜ່ວຍງານສໍາລັບການເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນປົວພະຍາດໂຄວິດ-19 ບໍ່ແມ່ນໜາວຍງານຕັດສິນ ຫຼື ເປັນໜ່ວຍງານໃຫມ່, ແຕ່ແມ່ນໜ່ວຍງານທີ່ເຮັດວຽກເພື່ອເລັ່ງການຮ່ວມມືລະຫວ່າງອົງການຈັດຕັ້ງທີ່ມີຢູ່ເພື່ອຢຸດຕິການແຜ່ລະບາດຂອງພະຍາດໂຄວິດ-19. ໜ່ວຍງານສໍາລັບການເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນປົວພະຍາດໂຄວິດ-19 ເປັນກອບການຮ່ວມມືທີ່ຖືກອອກແບບມາເພື່ອນໍາເອົາຜູ້ມີສ່ວນຮ່ວມຫຼັກມາເຮັດວຽກຮ່ວມກັນ ໂດຍມີເປົ້າຫມາຍທີ່ຈະຢຸດຕິການແຜ່ລະບາດໃຫ້ໄດ້ໄວເທົ່າທີ່ຈະໄວໄດ້ ດ້ວຍການພັດທະນາວັກຊີນ ແລະ ຢາທີ່ເລັ່ງລັດ, ການຈັດສັນ ແລະ ແບ່ງປັນຢ່າງເທົ່າທຽມກັນ ແລະ ຂະຫຍາຍການບໍລິການກວດຫາເຊື້ອ, ການປິ່ນປົວ ແລະ ການສັກຢາກັນພະຍາດ, ເພື່ອສຸດທ້າຍຈະສາມາດປົກປ້ອງລະບົບສາທາລະນະສຸກ ແລະ ຟື້ນຟູເສດຖະກິດສັງຄົມໄດ້ໃນໄລຍະໃກ້ໆນີ້. ໜ໋ວຍງານນີ້ນໍາໃຊ້ປະສົບການຂອງອົງການຈັດຕັ້ງຊັ້ນນໍາດ້ານສຸຂະພາບຂອງໂລກ ທີ່ກໍາລັງຮັບມືກັບສິ່ງທ້າທາຍດ້ານສຸຂະພາບທີ່ຍາກທີ່ສຸດໃນໂລກ ແລະ ຜູ້ທີ່ເຮັດວຽກຮ່ວມກັນສາມາດປົດລ໋ອກຜົນໄດ້ຮັບໃຫມ່ ແລະ ຕອບໂຕ້ກັບໂຄວິດ-19ໄດ້ຢ່າງເຕັມທີ. ບັນດາປະເທດສະມາຊິກຈະມາແລກປ່ຽນຄໍາໝັ້ນສັນຍາ ເພື່ອຮັບປະກັນວ່າປະຊາຊົນທຸກຄົນສາມາດເຂົ້າເຖິງເຄື່ອງມືທັງໝົດທີ່ຈໍາເປັນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ແລະ ເຮັດວຽກກັບຄູ່ຮ່ວມງານທີ່ບໍ່ເຄີຍມີມາກ່ອນເພື່ອບັນລຸເປົ້າໝາຍອັນດຽວກັນ.
ໜ່ວຍງານສໍາລັບເຂົ້າເຖິງວັກຊີນ, ການກວດ ແລະ ການປິ່ນປົວພະຍາດໂຄວິດ-19 ມີສີ່ວຽກຫຼັກ: ການບົ່ງມະຕິພະຍາດ, ການປິ່ນປົວ, ການໃຫ້ວັກຊີນ ແລະ ເຊື່ອມສານກັບລະບົບສາທາລະນະສຸກ. ການເຮັດວຽກເຊື່ອມຕໍ່ກັນໃນສີ່ຂົງເຂດນີ້ແມ່ນສາຍງານກ່ຽວກັບການເຂົ້າເຖິງ & ການຈັດສັນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
About UNICEF
UNICEF works in some of the world’s toughest places, to reach the world’s most disadvantaged children. Across 190 countries and territories, we work for every child, everywhere, to build a better world for everyone.
For more information about UNICEF and its work for children, visit www.unicef.org.